ມຽນມາ ປະກາດຄຳສັ່ງໄອຍະການເສິກຢູ່ບາງເຂດ

(VOVWORLD) -ເຈົ້າໜ້າທີ່ໄດ້ປະກາດຄຳສັ່ງໄອຍະການເສິກຢູ່ເທດສະບານ 7 ແຫ່ງຂອງນະຄອນ Mandalay - ນະຄອນໃຫຍ່ທີ 2 ຂອງປະເທດນີ້.
ມຽນມາ ປະກາດຄຳສັ່ງໄອຍະການເສິກຢູ່ບາງເຂດ - ảnh 1(ພາບປະກອບ: THX/TTXVN)

ວັນທີ 08 ກຸມພາ, ວົງການເຈົ້າໜ້າທີ່ມຽນມາ ໃຫ້ຮູ້ວ່າ, ເຈົ້າໜ້າທີ່ໄດ້ປະກາດຄຳສັ່ງໄອຍະການເສິກຢູ່ເທດສະບານ 7 ແຫ່ງຂອງນະຄອນ Mandalay - ນະຄອນໃຫຍ່ທີ 2 ຂອງປະເທດນີ້. ກົດໄອຍະການເລິກຈະແກ່ຍາວນັບແຕ່ເວລາ 20 ໂມງ ຫາເວລາ 4 ໂມງຂອງມື້ຕໍ່ມາ. ຄຳສັ່ງໄອຍະການເສິກມີຜົນສັດສິດຈົນຮອດມີແຈ້ງການຕໍ່ໄປ. ເຈົ້າໜ້າທີ່ກໍ່ຍົກອອກຖະແຫຼງການທີ່ຄ້າຍຄືກັນຢູ່ເທດສະບານຢູ່ເຂດ Ayeyarwaddy ທາງພາກໃຕ້ຂອງປະເທດນີ້.

        ການກະທຳດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ການແຫ່ຂະບວນປະທ້ວງຢູ່ມຽນມາ ໄດ້ກ້າວເຂົ້າສູ່ມື້ທີ 3 ຢ່າງລຽນຕິດ ພາຍຫຼັງທ່ານປະທານາທິບໍດີມຽນມາ U Win Myint, ທ່ານນາງທີ່ປຶກສາແຫ່ງລັດ Aung San Suu Kyi ແລະ ເຈົ້າໜ້າທີ່ຂັ້ນສູງຂອງພັກສະຫະພັນແຫ່ງຊາດ ເພື່ອປະຊາທິປະໄຕກຳອຳນາດ (NLD) ກຳອຳນາດ ຫຼາຍທ່ານຖືກຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ