ມຽນມາ: ຜູ້ໂດຍສານ 31 ຄົນ ຖືກລອກຈັບຕົວຢູ່ລັດ Rakhaine

(VOVWORLD) -   ວັນທີ 13 ຕຸລາ, ຕໍາຫຼວດມຽນມາ ໃຫ້ຮູ້ວ່າ ຜູ້ໂດຍສານ 31 ຄົນ ຂີ່່ລົດເມຄວາມໄວສູງ ຖືກກຸ່ມຄົນໜຶ່ງຢູ່ລັດ Rakhaine ລອກຈັບຕົວ.
ມຽນມາ: ຜູ້ໂດຍສານ 31 ຄົນ ຖືກລອກຈັບຕົວຢູ່ລັດ Rakhaine - ảnh 1ຕໍາຫຼວດກໍາລັງສືບສວນ ແລະ ຕາມລາຈັບຕົວກຸ່ມຄົນລອກຈັບຕົວດັ່ງກ່າວ  

ໃນຈໍານວນຜູ້ໂດຍສານ 31 ຄົນນັ້ນ, ມີ 19 ຄົນ ເປັນທະຫານສັງກັດພະແນກດັບເພິງ ແລະ ສາມັນຊົນ 12 ຄົນ ຖືກກອງທັບArakan (AA) ອ້າງຊື່ເອງ ລອກຈັບຕົວເມື່ອຂີ່ລົດເມຄວາມໄວສູງ Shwepyitha ຢູ່ຖະໜົນ Mrauk U – Sittway, ຕັ້ງຢູ່ເທດສະບານເມືອງ Mrauk U ໃນຕອນເຊົ້າວັນທີ 11 ຕຸລາ. ເມື່ອລົດເມຄັນດັ່ງກ່າວ ຢຸດ ເພື່ອຮັບຜູ້ໂດຍສານເພດຊາຍຄົນໜຶ່ງ ທີ່ຖ້າລົດຢູ່ແຄມທາງ, ຫຼັງຈາກນັ້ນມີຜູ້ຊາຍ 18 ຄົນມີອາວຸດໄດ້ມາຈາກປ່າ ແລ້ວຈັບຕົວຜູ້ໂດຍສານ 31 ຄົນດັ່ງກ່າວເຂົ້າປ່າ. ປັດຈຸບັນ, ຕໍາຫຼວດກໍາລັງສືບສວນ ແລະ ຕາມລາຈັບຕົວກຸ່ມຄົນລອກຈັບຕົວດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ