ມ້ຽນມາ ສ້າງຕັ້ງກຸ່ມສ້າງສັນຕິພາບ ສູງສຸດ

ມ້ຽນມາ ສ້າງຕັ້ງກຸ່ມສ້າງສັນຕິພາບ ສູງສຸດ - ảnh 1
ທ່ານ​ປະທານ​ນາ​ທິບໍດີ Thein Sein
( ພາບ: AP )


( vovworld ) -   ຕາມ​ແວບ​​ໄຊຂອງ​ຫ້ອງ​ວ່າການ​ປະທານາທິບໍດີ​ມ້ຽນ​ມາ,​ລັດຖະບານ​ປະ​ເທດ​ນີ້​ໄດ້​ສ້າງ​ຕັ້ງ​ກຸ່ມສ້າງສັນຕິພາບ​ສູງ​ສຸດ​ເຊິ່ງລວມມີ​ສະມາຊິກ​​ 11 ທ່ານ ໂດ​ຍທ່ານ​ປະທານ​ນາ​ທິບໍດີ Thein Sein ​ເປັນ​ຜູ້​ບໍລິຫານ, ​ເພື່ອ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​​ເຈລະຈາ​ສັນຕິພາບ​ກັບບັນດາ​ກຸ່ມຊົນ​ເຜົ່າ​ປະ​ກອບ​ອາ​ວຸດຢ່າງ​ມີ​ປະສິດທິ​ຜົນ​. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ມ້ຽນ​ມາ​ປະກາດ​ເລື່ອງ​ສ້າງ​ຕັ້ງ​ກຸ່ມດັ່ງກ່າວ​ຢ່າງ​ເປັນ​ທາງ​ການ. ພ້ອມ​ກັນ​ນັ້ນ, ລັດຖະບານ​ມ້ຽນ​ມ້າ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການສ້າງສັນຕິພາບ​ເຊິ​ງລວມມີສະມາຊິກ 52 ທ່ານ, ໂດຍ​ທ່ານຮອງ​ປະທານາທິບໍດີ Sai Mauk Kham ​ເປັນ​ປະທານ.

        ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ມີ 12 ກຸ່ມຊົນ​ເຜົ່າປະກອບ​ອາວຸດ ​ບັນລຸ​ໄດ້ບັນດາ​ສົນທິສັນຍາ​ສັນຕິພາບ​ເບື້ອງຕົ້ນ​ກັບ​ອຳນາດ​ການ​ປົກຄອງ​ຂັ້ນລັດ ຫຼື​ສູນ​ກາງ​ຢູ່ມ້ຽນ​ມາ ນັບ​ແຕ່​ເມື່ອ​ທ່ານ​ປະທານາທິບໍດີ Thein Sein ສະ​ເໜີ​ດຳ​ເນີນການ​ເຈລະຈາ​ສັນຕິພາບ​ກັບ​ບັນດາ​ກຸ່ມ​ຊົນ​ເຜົ່າ​ປະກອບ​ອາວຸດ​ເມື່ອ​ເດືອ 8 ປີ 2012.

ຂ່າວ/ບົດ​ອື່ນ