ມ​ຽນ​ມາ​ຕໍ່​ກຳ​ນົດ​ເວ​ລາ​ສະ​ພາວະ​ສຸກ​ເສີນ

(VOVWORLD) - ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ ມຽນມາ (NDSC) ໄດ້ຕໍ່ກຳນົດເວລາສະພາວະສຸກເສີນຕື່ມອີກ 6 ເດືອນ. 

ວັນທີ 31 ກໍລະກົດ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງລັດ ມຽນມາ (MRTV) ໃຫ້ຮູ້ວ່າ ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບແຫ່ງຊາດ ມຽນມາ (NDSC) ໄດ້ຕໍ່ກຳນົດເວລາສະພາວະສຸກເສີນຕື່ມອີກ 6 ເດືອນ. ຕາມ MRTV ແລ້ວ, ຢູ່ກອງປະຊຸມຂອງ NDSC ຢູ່ Nay Pyi Taw ໃນວັນທີ 31 ກໍລະກົດ, ບັນດາສະມາຊິກທັງໝົດ ຂອງ ສະພາ ໄດ້ເຫັນດີເປັນເອກະພາບໃນການຕ່ໍກຳນົດເວລາສະພາວະສຸກເສີນຕື່ມອີກ 6 ເດືອນ. ກອງປະຊຸມກໍ່ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງວຽກງານກະກຽມການເລືອກຕັ້ງ, ໜ້າທີ່ພັດທະນາໃນປັດຈຸບັນ, ຂັ້ນຕອນກະກຽມການສຳຫຼວດປະຊາກອນ ແລະ ເຮືອນຢູ່ແຫ່ງລັດ ກໍ່ຄືບັນດາຂົງເຂດຄື: ການສຶກສາ, ສາທາລະນະສຸກ ແລະ ກະສິກຳ. ເດືອນກຸມພາ 2021, ມຽນມາໄດ້ປະກາດສະພາບການສຸກເສີນໃນເວລາ 1 ປີ. ຫຼັງຈາກນັ້ນ, ປະເທດ ນີ້ໄດ້ຕໍ່ກຳນົດເວລາການສຸກເສີນ ເປັນ 5 ຄັ້ງ, ແຕ່ລະຄັ້ງແມ່ນ 6 ເດືອນ, ຄັ້ງຫຼ້າສຸດແມ່ນຮອດວັນທີ 31 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ