ມຽນມາສ້າງຕັ້ງບັນດາຄະນະກຳມະການເພື່ອແນໃສ່ຊຸກຍູ້ວິວັດທະນາການສັນຕິພາບ

ມຽນມາສ້າງຕັ້ງບັນດາຄະນະກຳມະການເພື່ອແນໃສ່ຊຸກຍູ້ວິວັດທະນາການສັນຕິພາບ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ​​ວັນ​ທີ 31/05, ຫ້ອງ​​ວ່າການ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ໄດ້​ແຈ້ງ​ໃຫ້​ຊາບວ່າ, ປະ​ເທດນີ້​ໄດ້​ສ້າງ​ຕັ້​ງ​ຄະ​ນະ​ກຳ​ມະ​ການ​ລວມ​ມີ​ສະ​ມາ​ຊິກ 10 ທ່ານ ​ປະ​ຕິ​ບັດ​ໜ້າ​ທີ່​ປະ​ຕ​ິ​ຮູບ​ສູນ​ສັນ​ຕິ​ພາບ​ມຽນ​ມາ (MPC) ໃຫ້​ກາຍ​ເປັນ​ສູນ​ສັນ​ຕິ​ພາບ ແລະ ໄກ່​ເກ່ຍ​ແຫ່ງ​ຊາດ (NRPC). ແລະ​ກໍ​ໃນ​ວັນ​ດຽວ​ກັນ, ມຽນ​ມ​າ ໄດ້​ສ້າງ​ຕັ້ງ​ຄະ​ນ​ະ​ກຳ​ມະ​ການ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ເຜົ່າ​ພັນ Panglong ສະ​ຕ​ະ​ວັດ​ທີ 21 ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ສັນ​ຕິ​ພາບ ແລະ ໄກ່​ເກ່ຍ​ປອງ​ດອງ​ຊາດ. ຕາມ​ຫ້ອງ​​ວ່າການ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ແລ້ວ, ຄະ​ນະ​ກຳ​ມະ​ການນີ້​ລວມ​ມີ​ສະ​ມາ​ຊິກ 16 ທ່ານ. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ຈັດ​ແບ່ງ​ເ​ປັນ 2 ອະ​ນຸ​ກຳ​ມະ​ການ​ເຊິ່ງ​ມີ​ໜ້າ​ທີ່​ເຈ​ລະ​ຈາ​ກັບ​ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ຍັງ​ບໍ່​ທັນ​ໄດ້​ລົງ​ນາມ ແລະ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ແຫ່ງ​ຊາດ (NCA), ພ້ອມ​ທັງ​ກວດ​ກາ​ກອບ​ການ​ເມືອງ ເພື່ອ​ແນ​ໃສ່​ດຳ​ເນີນ​ການ​ປັ​ບ​ປຸງ​ເພີ່ມ​ເຕີມ​ເມື່ອ​ມີ​ຄວາມ​ຈຳ​ເປັນ. ລັດ​ຖະ​ບານ​ມຽນ​ມາ ພ້ອມ​ກັບ​ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ ໄດ້​ສ້າງ​ຕັ້ງ​ 2 ຄະ​ນະ​ກຳ​ມະ​ການນັ້ນ​ແມ່ນ ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ການ​ຢຸດ​ຍິງ​ລວ​ມ ແລະ UPDJC ເພື່ອ​ຜັນ​ຈະ​ຫຍາຍ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ.

ຂ່າວ/ບົດ​ອື່ນ