ມຽນມາ,ອິນໂດເນເຊຍເຫັນດີເປັນເອກະພາບເພີ່ມທະວີວົງເງິນການຄ້າຂຶ້ນ1ຕື້USD

ມຽນມາ,ອິນໂດເນເຊຍເຫັນດີເປັນເອກະພາບເພີ່ມທະວີວົງເງິນການຄ້າຂຶ້ນ1ຕື້USD - ảnh 1
ການ​ນຳ ມຽນ​ມາ ແລະ ອິນ​ໂດ​ເນ​ເຊຍ ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 25
(ພາບ: antaranews)

 (vovworld) – ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ ຕາ​ເວັນ​ອ​ອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 25 ຢູ່​ນະ​ຄອນຫຼວງ Nay Pyi Taw (ມຽນ​ມາ), ວັນ​ທີ 12/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo ໄດ້ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດເຈົ້າ​ພາບ U Thein Sein. ການ​ນຳ 2 ປະ​ເທ​ດເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ເຖິງ 1 ຕື້ USD ໃນ​ປີ 2016, ພ້ອມ​ທັງ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ບັນ​ຫາ​​ໃນ​ລະ​ດັບ​ພາກ​ພື້ນ ແລະ ໂລກ. ປີ 2012, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນ​ລຸ 465 ລ້ານ USD, ເພີ່ມ​ຂຶ້ນ 7,98% ເມື່ອ​ທຽບ​ໃສ່​ລະ​ດັບ 430,7 ລ້ານ USD ຂອງ​ປີ 2011. ການ​ນຳ 2 ທ່ານກໍ່​ປຶກ​ສາ​ຫາ​ລື​​ກ່ຽວ​ກັບການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຄື: ກະ​ສິ​ກຳ, ພະ​ລັງ​ງານ, ເຕັກ​ໂນ​ໂລຢ​ີ, ສະ​ກັດ​ກັ້ນ ແລະ ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ມີ​ການ​ຈັດ​ຕັ້ງ​ຂ້າມ​ຊາດ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ, ການ​ລົງ​ທຶນ ແລະ ການ​ຄ້າ 2 ຝ່າຍ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​​ໃຫ້​ທັງ 2 ຝ່າຍ.


ຂ່າວ/ບົດ​ອື່ນ