ມຽນມາເປັນເຈົ້າພາບກອງປະຊຸມຂັ້ນສູງCLMV7ແລະACMECS6

ມຽນມາເປັນເຈົ້າພາບກອງປະຊຸມຂັ້ນສູງCLMV7ແລະACMECS6 - ảnh 1
ທ່ານ​ຮອງ​ປະທານາທິບໍດີມຽນມາ Sai Mauk Kham
(ພາບ: THX/TTXVN)

(vovworld) – ​ ມຽນມາ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ການ​ຮ່ວມ​ມື ກຳປູ​ເຈຍ-​ລາວ-​ມຽນມາ-​ຫວຽດນາມ (CLMV) ຄັ້ງ​ທີ 7 ຢູ່​ນະຄອນຫຼວງ Nay Pyi Taw  ​ໃນ​ທ້າຍ​ເດືອນ 6 ​ນີ້. ຄຽງ​ຂ້າງ​ນັ້ນ, ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 6 ຍຸດ​ທະ​ສາດ​ການຮ່ວມ​ມືດ້ານ​ເສດຖະກິດ Ayeyawaddy-Chao-Phraya-Mekong (ACMECS) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 4 ປະ​ເທດ​ດັ່ງກ່າວ ​ແລະ ​ໄທ ກໍຈະ​ໄດ້​ຮັບ​ການຈັດ​ຕັ້ງຢູ່​ນະຄອນຫຼວງ Nay Pyi Taw  ​ໃນ​ລະຫວ່າງ​ວັນ​ທີ 22-23/6. ທ່ານ​ຮອງ​ປະທານາທິບໍດີມຽນມາ Sai Mauk Kham, ຫົວໜ້າ​ຄະນະ​ກຳມະການ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ ​ໃຫ້​ຮູ້​ວ່າ: CLMV ຈະ​ປຶກສາ​ຫາລື ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 4 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ກະສິກຳ, ພະລັງງານ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ ການທ່ອງ​ທ່ຽວ. ກອງ​ປະຊຸມ CLMV ​ໄດ້​ຮັບ​ການຈັດ​ຕັ້ງ 2 ປີ​ເທື່ອ​ໜຶ່ງ.  2 ກອງ​ປະຊຸມດັ່ງກ່າວ​ໄດ້​ຮັບ​ການສົມທົບ​ກັນ​ຈັດ​ຕັ້ງ​​ແຕ່​ປີ 2008.​ ຄັ້ງ​ຫຼ້າສຸດ​​ຂອງ 2 ກອງ​ປະຊຸມ​ດັ່ງກ່າວ​ແມ່ນໄດ້​ຮັບ​ການຈັດ​ຕັ້ງ​​ໃນ​ເດືອນ 3/2013 ຢູ່ນະຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ ​.

ຂ່າວ/ບົດ​ອື່ນ