ມຽນມາໝັ້ນໝາຍປະຕິບັດບົດບາດປະທານອາຊຽນເປັນຢ່າງດີ

ມຽນມາໝັ້ນໝາຍປະຕິບັດບົດບາດປະທານອາຊຽນເປັນຢ່າງດີ - ảnh 1
ທ່ານ​ປະທານາທິບໍດີ ມຽນມາ U Thein Sein
photo:danang.vn

(vovworld)-​ໃນ​ບົດ​ປາ​ໄສ​ຫວ່າງ​ແລ້ວ​ນີ້, ທ່ານ​ປະທານາທິບໍດີ ມຽນມາ U Thein Sein ໝັ້ນ​ໝາຍ ປະຕິບັດ​ບົດບາດ​ຊີ້​ນຳ​ນຳພາ ອາ​ຊຽນ ​ໃນ​ປີ 2014 ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ສ​ຳ​ເລັດ​ບັນດາ​ຈຸດໝາຍ​ທີ່​ວາງ​ອອກ​ໃນ​ປີ​ເປັນ​ປະທານ, ມຸ່ງ​ໄປ​ເຖິງ​ສ້າງ​ສຳ​ເລັດ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ແບະ ສ້າງ​ວິ​ໄສ​ທັດ ອາ​ຊຽນ ຫລັງ​ປີ 2015.  ​ໃນ​ຖານະ​ເປັນ​ປະທານ​ໝູນວຽນ​ອາ​ຊຽນ​ປີ 2014,​ ມຽນມາ ຈະ​ມານະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ຮັບປະກັນ​ສັນຕິພາບ ​ແລະ ວັດທະນາ​ຖາວອນ ຢູ່ ພາກ​ພື້ນ ອາ​ຊຽນ. ລັດຖະບານ​ ມຽນມາ ຖື​ເປັນ​ສຳຄັນ​ບົດບາດ​ເປັນ​ປະທານ​ອາ​ຊຽນ ​ແມ່ນ​ກາລະ​ໂອກາດ​ດີ​ທີ່​ສຸດ​ເພ່ືອ​ສະ​ແດງ​ໃຫ້​ເຫັນ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ຢູ່​ພາກ​ພື້ນ ​ເວົ້າ​ສະ​ເພາະ ​ແລະ ​ໂລກ​ເວົ້າ​ລວມ. ນີ້​ເປັນ​ຄັ້ງ​ທຳ​ອິດ ມຽນມາ ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ​ອາ​ຊຽນ ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ​ໃນ​ປີ 1997.

ຂ່າວ/ບົດ​ອື່ນ