ມີເກືອບ 60% ຊາວ ຢູແກຼນ ສະຫນັບສະຫນູນການເຈລະຈາກັບ ລັດເຊຍ

(VOVWORLD) -ຕາມການສຳຫລວດໂດຍສະຖາບັນສັງຄົມວິທະຍາສາກົນ Kiev (KIIS) ປະຕິບັດໃນໄລຍະມໍ່ໆມານີ້, ມີຊາວ ຢູແກຼນ ເກືອບ 60% ໄດ້ສະຫນັບສະຫນູນການເຈລະຈາກັບລັດເຊຍ ເພື່ອແກ້ໄຂການປະທະກັນ.
ມີເກືອບ 60% ຊາວ ຢູແກຼນ ສະຫນັບສະຫນູນການເຈລະຈາກັບ ລັດເຊຍ - ảnh 1ພົນທະຫານ ຢູແກຼນ ເຂົ້າຮ່ວມການຊ້ອມຮົບຢູ່ ຊານກຳແພງ Kiev ເມື່ອວັນທີ 21/11/2023. (ພາບ: AFP/TTXVN)

ຕາມການສຳຫລວດໂດຍສະຖາບັນສັງຄົມວິທະຍາສາກົນ Kiev (KIIS) ປະຕິບັດໃນໄລຍະມໍ່ໆມານີ້, ມີຊາວ ຢູແກຼນ ເກືອບ 60% ໄດ້ສະຫນັບສະຫນູນການເຈລະຈາກັບລັດເຊຍ ເພື່ອແກ້ໄຂການປະທະກັນ.

ລະອຽດ: 57% ຊາວຢູແກຼນ ຖືກຖາມໂດຍຖືວ່າ ຢູແກຼນ ຄວນກັບຄືນໂຕະເຈລະຈາກັບລັດເຊຍ ເພື່ຶອແກ້ໄຊການປະທະກັນ; 38% ແມ່ນຄັດຄ້ານ ແລະ 5% ບໍ່ຍົກອອກທັດສະນະຂອງຕົນ.                               

ວັນທີ 1 ສິງຫາ, ຫ້ອງວ່າການປະທານາທິບໍດີ ຢູແກຼນ     ທ່ານ Andriy Ermak, ຖະແຫລງວ່າ ຄວນຢຸດຕິການປະທະກັນລະຫວ່າງ ຢູແກຼນ ແລະລັດເຊຍ ໂດຍໄວ ພ້ອມທັງສະແດງຄວາມປາດຖະຫນາວ່າ ກອງປະຊຸມສັນຕິພາບຄັ້ງຕໍ່ໄປ ຈະເປີດຊ່ອງທາງໃຫ້ແກ່ການຢຸດຕິການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ