ມີເງິນບໍລິຈາກເກືອບ46ຕື້ດົ່ງເພື່ອສະໜັບສະໜູນປະຊາຊົນພາກກາງປະສົບພະຍຸນ້ຳຖ້ວມ

ມີເງິນບໍລິຈາກເກືອບ46ຕື້ດົ່ງເພື່ອສະໜັບສະໜູນປະຊາຊົນພາກກາງປະສົບພະຍຸນ້ຳຖ້ວມ - ảnh 1
ພາບ​ປະ​ກອບ

(vovworld) – ​​​ຮອດ​ວັນ​ທີ 1/11, ​ໄດ້ມີ​ຈ​ຳ​ນວນ​ເງິນ​ບໍ​ລິ​ຈາກ​ກ່​ວາ 45,9 ຕື້​ດົ່ງ​ເພື່ອ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ​​ປະ​ສົບ​ພະ​ຍຸ​ນ້ຳ​ຖ້ວມ​ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດທຸກ​ຂັ້ນ. ໃນນັ້ນ, ຍອດ​ຈຳ​ນວນ​ເງິນ​ໄດ້​ຮັບ ແລະ ຈົດ​ທ​ະ​ບຽນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ​ຢູ່​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ແມ່ນ​ກ່​ວາ 17,2 ຕື້​ດົ່ງ​ແມ່ນ​ມາຈາກ 66 ສ່ວນ​ບຸກ​ຄົນ, ອົງ​ການ, ຫົວ​ໜ່​ວຍ. ຄະ​ນະ​ກ​ຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດຂອງ 17 ແຂວງ, ນະ​ຄອນ​ໄດ້​ສົ່ງ​ເງິນ​ໂດຍ​ກົງ​ໃຫ້ 5 ແຂວງ​ພາກ​ກາງຖືກ​ຜົນ​ສະ​ທ້ອນ​ຈາກ​ນ້ຳ​ຖ້ວມ (ກວາງ​ບີ່ງ, ກວາງ​ຈີ້, ເງະ​ອານ, ຮ່າ​ຕິ້ງ, ເທື່ອ​ທຽນ​ເຫ້ວ) ດ້ວຍ​ຈຳ​ນວນ​ເງິນກ່​ວາ 28 ຕື້​ດົ່ງ. ນີ້​ແມ່ນ​ຂໍ້​ມູນ​ຂ່າ​ວ​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ຂອງ​ຄະ​ນະ​ກູ້​ໄພ​ກູ້​ຊ​ີບ​ສູນ​ກາງ​ໃນ​ຕອນ​ບ່າຍ​ວັນ​ທີ 1/11. ຄະ​ນະ​ກູ້​ໄພ​ກູ້​ຊ​ີບ​ສູນ​ກາງ ໄດ້​ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ຂົ​ນ​ຂວາຍ​ບໍ​ລິ​ຈາກ​ເງິນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ພາກ​ກາງແມ່ນ​ໄດ້​ຮັບ​ການຊີ້​ນຳ​ຢ່າງ​ທັນ​ການ​ຈາກລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ເລື່ອງ​ຮັບ, ​ແຈກ​ຢາຍ, ນຳ​ໃຊ້​ເງິນ, ສິນ​ຄ້າ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ເປີດ​ເຜີຍ, ກະ​ຈ່າງ​ແຈ້ງ, ຖືກ​ເປົ້າ​ໝາຍ.


ຂ່າວ/ບົດ​ອື່ນ