ມີເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກຫຼາຍ​ທ່ານ​ເດີນ​ທາງ​ໄປ​ຍັງ ຢູ​ແກຼນ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ປະທານສະພາເອີຣົບ ຕີລາຄາວ່າ ຢູແກຼນ ສືບຕໍ່ຫຍັບມໍ່ເຂົ້າກັບ ສະຫະພາບເອີຣົບ (ອີຢູ) ແລະ ເຜີຍໃຫ້ຮູ້ວ່າ ຄວາມຄືບໜ້າໃນການປະຕິບັດການປະຕິຮູບຕ່າງໆຂອງ ຢູແກຼນ ນັ້ນ ແມ່ນສິ່ງທີ່ໜ້າສົນໃຈ.
ມີເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກຫຼາຍ​ທ່ານ​ເດີນ​ທາງ​ໄປ​ຍັງ ຢູ​ແກຼນ - ảnh 1ທ່ານປະທານສະພາເອີຣົບ, Charles Michel (ພາບ: AFP/TTXVN)

ວັນທີ 21 ພະຈິກ, ທ່ານປະທານສະພາເອີຣົບ, Charles Michel, ໄດ້ເດີນທາງຢ້ຽມຢາມນະຄອນຫຼວງ Kiev ຂອງ ຢູແກຼນ. ກ່າວຄຳເຫັນໃນກອງປະຊຸມຖະແຫຼງການຂ່າວຮ່ວມ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ປະທານສະພາເອີຣົບ ຕີລາຄາວ່າ ຢູແກຼນ ສືບຕໍ່ຫຍັບມໍ່ເຂົ້າກັບ ສະຫະພາບເອີຣົບ (ອີຢູ) ແລະ ເຜີຍໃຫ້ຮູ້ວ່າ ຄວາມຄືບໜ້າໃນການປະຕິບັດການປະຕິຮູບຕ່າງໆຂອງ ຢູແກຼນ ນັ້ນ ແມ່ນສິ່ງທີ່ໜ້າສົນໃຈ. ເຖິງຢ່າງໃດກໍຕາມ, ທ່ານ  Charles Michel ກໍຄາດຄະເນວ່າ ອີຢູ ຈະຈັດກອງປະຊຸມຖືວ່າ “ຫຍຸ້ງຍາກ” ໃນເດືອນໜ້າ ໃນຂະນະທີ່ຂໍ້ຕົກລົງກ່ຽວກັບການເລີ່ມດຳເນີນການເຈລະຈາຮັບ ຢູແກຼນ ເຂົ້າເປັນສະມາຊິກ EU ຢ່າງເປັນທາງການ.

ກໍໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ, Boris Pistorius, ກໍມີການຢ້ຽມຢາມນະຄອນຫຼວງ Kiev ແບບກະທັນຫັນ. ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ ໄດ້ແຈ້ງໃຫ້ຊາບວ່າ Berlin ຈະສະໜອງບ້ວງເງິນໜູນຊ່ວຍການທະຫານໃໝ່ ທີ່ມີມູນຄ່າ 1,3 ຕື້ ເອີໂຣ ໃຫ້ແກ່ ຢູແກຼນ.

ກ່ອນໜ້ານັ້ນ, ວັນທີ 20 ພະຈິກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin, ກໍໄດ້ເດີນທາງໄປຍັງ ຢູແກຼນ ແລະ ປະກາດບ້ວງເງິນໜູນຊ່ວຍການທະຫານໃໝ່ ທີ່ມີມູນຄ່າ 100 ລ້ານ USD ໃຫ້ປະເທດນີ້ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ