ມີ​ເດັກ​ນ້ອຍ​ເກືອບ 7,6 ລ້ານ​ຄົນ ຢູ່ ເອ​ທີ​ໂອ​ປີ ຕ້ອງ​ຢຸດ​ການ​ຮຽນ​ຍ້ອນ ໄພ​ທຳ​ມະ​ຊາດ ແລະ ການ​ປະ​ທະ​ກັນ

(VOVWORLD) - ມີເດັກນ້ອຍເກືອບ 7,6 ລ້ານຄົນຢູ່ ເອທີໂອປີ ຕ້ອງຢຸດການຮຽນ ຍ້ອນຖືກຜົນກະທົບຈາກບັນດາໄພພິບັດທຳມະຊາດ ແລະ ຍ້ອນມະນຸດກໍ່ຂຶ້ນ.
ມີ​ເດັກ​ນ້ອຍ​ເກືອບ 7,6 ລ້ານ​ຄົນ ຢູ່ ເອ​ທີ​ໂອ​ປີ ຕ້ອງ​ຢຸດ​ການ​ຮຽນ​ຍ້ອນ ໄພ​ທຳ​ມະ​ຊາດ ແລະ ການ​ປະ​ທະ​ກັນ - ảnh 1ໂຮງຮຽນຫຼາຍແຫ່ງຖືກເປເພ, ເດັກນ້ອຍຫຼາຍນັບລ້ານຄົນບໍ່ໄດ້ໄປໂຮງຮຽນ (ພາບ: AFP/TTXVN)

ຕາມແຈ້ງການໂດຍກອງທຶນ ສປຊ ເພື່ອເດັກ (UNICEF) ປະກາດໃນວັນທີ 21 ຕຸລາ ໃຫ້ຮູ້ວ່າ ມີເດັກນ້ອຍເກືອບ 7,6 ລ້ານຄົນຢູ່ ເອທີໂອປີ ຕ້ອງຢຸດການຮຽນ ຍ້ອນຖືກຜົນກະທົບຈາກໄພພິບັດທຳມະຊາດ ແລະ ຍ້ອນມະນຸດກໍ່ຂຶ້ນ. ລະອຽດແມ່ນ, ມີເຖິງເກືອບ 20% ໂຮງຮຽນທັງໝົດຢູ່ປະເທດນີ້ ຖືກເປເພສ່ວນໜຶ່ງ ຫຼື ຢ່າງໜັກໜ່ວງ.

UNICEF ກ່າວເຕືອນວ່າ ບັນດາການປະທະກັນທີ່ພວມເກີດຂຶ້ນຢູ່ Amhara, Oromia ແລະ ເຂດອື່ນໆຂອງປະເທດນີ້ ໄດ້ເຮັດໃຫ້ຈຳນວນເດັກນ້ອຍບໍ່ໄດ້ໄປໂຮງຮຽນເພີ່ມຂຶ້ນ.

ອົງການຂອງ ສປຊ ໃສ່ໃຈຕື່ມອີກວ່າ ການສຶກສາ ສືບຕໍ່ແມ່ນໜຶ່ງໃນບັນດາຂົງເຂດທີ່ຂາດງົບປະມານຫຼາຍທີ່ສຸດ, ດ້ວຍກອງທຶນໃນປັດຈຸບັນ ພຽງແຕ່ສະໜອງໄດ້ 22% ເທົ່ານັ້ນ, ໝາຍຄວາມວ່າ ຈະຊ່ວຍເຫຼືອເດັກໄດ້ປະມານ 851.000 ຄົນເທົ່ານັ້ນ, ໃນຂະນະຄາດໝາຍຂອງການຊ່ວຍເຫຼືອມະນຸດສະທຳໃນຂົງເຂດການສຶກສາ ສຳລັບເດັກຢູ່ ເອທີໂອປີ ແມ່ນ 3,8 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ