ມີ​ເນື້​ອ​ທີ່​ປ່າເກືອບ 4.200 ເຮັກ​ຕາ ໄດ້​ຮັບ​ໃບ​ຢັ້ງ​ຢືນ​​ປ່າ FSC

(VOVWORLD) -ບໍລິສັດປ່າໄມ້ ກຸຍເຍິນ ຈຳກັດ (ແຂວງ ບິ່ງດິ້ງ) ໄດ້ຮັບໃບຢັ້ງຢືນ ປ່າ FSC. ນີ້ແມ່ນວິສາຫະກິດແຫ່ງທຳອິດຢູ່ ແຂວງບິ່ງດິ້ງ ໄດ້ຮັບໃບຢັ້ງຢືນ FSC ໃນການປູກປ່າ.
ມີ​ເນື້​ອ​ທີ່​ປ່າເກືອບ 4.200 ເຮັກ​ຕາ ໄດ້​ຮັບ​ໃບ​ຢັ້ງ​ຢືນ​​ປ່າ FSC - ảnh 1(ພາບປະກອບ: TTXVN)

ວັນທີ 16 ມັງກອນ, ບໍລິສັດປ່າໄມ້ ກຸຍເຍິນ ຈຳກັດ (ແຂວງ ບິ່ງດິ້ງ) ໄດ້ຮັບໃບຢັ້ງຢືນ ປ່າ FSC. ນີ້ແມ່ນວິສາຫະກິດແຫ່ງທຳອິດຢູ່ ແຂວງບິ່ງດິ້ງ ໄດ້ຮັບໃບຢັ້ງຢືນ FSC ໃນການປູກປ່າ.

        ບໍລິສັດປ່າໄມ້ ກຸຍເຍິນ ຈຳກັດ (ແຂວງ ບິ່ງດິ້ງ) ໄດ້ຮັບໃບຢັ້ງຢືນໃຫ້ແກ່ເນື້ອທີ່ປ່າເກືອບ 4.200 ເຮັກຕາ ໃນຈຳນວນເນື້ອທີປ່າທັງໝົດ ເກືອບ 8.500 ເຮັກຕາ. ໃບຢັ້ງຢືນດັ່ງກ່າວ ຈະຊ່ວຍໃຫ້ຜະລິດຕະພັນໃນປ່າຂອງບໍລິສັດ ມີມູນຄ່າເສດຖະກິດສູງ ເມື່ອຈຳໜ່າຍຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ໃນໄລຍະຈະມາເຖິງ, ທາງບໍລິສັດ ຈະລົງທຶນກໍ່ສ້າງໂຮງງານປຸງແຕ່ງ ເພື່ອປະຕິບັດສຳເລັດລະບົບຄົບວົງຈອນໃນການພັດທະນາປ່າໄມ້ ນັ້ນແມ່ນ: ຜະລິດເບ້ຍໄມ້ມີຄຸນນະພາບສູງ - ປູກຕົ້ນໄມ້ເປັນປ່າ - ຄຸ້ມຄອງປ່າແບບຍືນຍົງ ແລະ ປຸງແຕ່ງໄມ້.

ຕອບກັບ

ຂ່າວ/ບົດ​ອື່ນ