ມື້ເຮັດວຽກທີ 1 ຂອງ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12

(VOVWORLD) - ຕອນເຊົ້າວັນທີ 11 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XII. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ເປັນປະທານກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນຜູ້ບໍລິຫານໄຂກອງປະຊຸມ.
ມື້ເຮັດວຽກທີ 1 ຂອງ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 - ảnh 1ໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XII (ພາບ: TTXVN)

ຕອນເຊົ້າວັນທີ 11 ພຶດສະພາ, ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕ່າງໜ້າກົມການເມືອງ ບໍລິຫານການເຮັດວຽກໃນມື້ທີ 1.

     ຕອນເຊົ້າ ຄະນະບໍລິຫານງານສູນກາງພັກໄດ້ດຳເນີນວາລະໄຂຢູ່ຫໍປະຊຸມ. ທ່ານ ເຈີນກວກເຫວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຂຶ້ນລາຍງານ, ຂໍຄຳເຫັນນຳ ຄະນະບໍລິຫານງານສູນກາງພັກກ່ຽວກັບໂຄງການເຄື່ອນໄຫວຂອງ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຟູ້ຈ້ອງ ກ່າວຄຳເຫັນໄຂກອງປະຊຸມ.

          ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຊີ້ແຈ້ງວ່າແຕ່ລະກຳມະການສູນກາງພັກ ຕ້ອງເສີມຂະຫຍາຍມູນເຊື້ອປະຕິວັດ ອັນກ້າແກ່ນ, ສະຫງ່າລາສີຂອງ ພັກ ແລະ ຂອງຊາດ, ຍົກສູງນ້ຳໃຈຮັບ ຜິດຊອບໃຫ້ຫຼາຍກ່ວາອີກ, ສູ້ຊົນເຮັດສຳເລັດໜ້າທີ່ ສຳຄັນທີ່ໄດ້ມອບໝາຍ ເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຫງວຽນຟູຈ້ອງ ກໍ່ສະເໜີບັນດາກຳມະການສູນກາງພັກ ເສີມ ຂະຫຍາຍ ພູມປັນຢາ, ປະກອບ ຫຼາຍຄຳເຫັນຢ່າງເລິກເຊິ່ງ, ຖືກຕ້ອງ ຊັດເຈນໃສ່ ບັນດາເນື້ອໃນທີ່ໄດ້ ຮັບຮອງ ເອົາ, ຮັບປະກັນຜົນສຳເລັດ ຂອງກອງປະຊຸມ. ທ່ານກ່າວວ່າ:

             “ພວກເຮົາຕ້ອງກໍ່ສ້າງຄະນະບໍລິຫານງານສູນກາງພັກ - ອົງການການນໍາສູງສຸດຂອງພັກ ໃຫ້ເປັນກອງເສນາທິການຕໍ່ສູ້ຢ່າງແທ້ຈິງ ແມ່ນແກ່ນສານນໍາພາວຽກງານການເມືອງ ແລະ ແມ່ນສູນການແຫ່ງຄວາມສາມັກຄີເປັນເອກະພາບສູງສຸດໃນທົ່ວພັກ, ທົ່ວປວງຊົນທັງຊາດ. ນີ້ແມ່ນວຽກງານສໍາຄັນຍິ່ງ ແລະ ກ່ຽວຂ້ອງເຖິງຊາຕະກໍາຂອງພັກ, ຂອງຊາດ ແລະ ອະນາຄົດພັດທະນາຂອງປະເທດຊາດ.”

      ຕອນບ່າຍຂອງວັນດຽວກັນ, ສູນກາງພັກໄດ້ເຮັກວຽກຢູ່ໜ່ວຍ ເພື່ອປຶກສາຫາລືກ່ຽວກັບການສະຫຼຸບວຽກງານບຸກຄະລາກອນຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 12 ແລະ ທິດທາງຂອງຂອງວຽກງານບຸກຄະລາກອນຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 13 .

ຕອບກັບ

ຂ່າວ/ບົດ​ອື່ນ