ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ

(VOVWORLD) - ຈຸດພົ້ນເດັ່ນຂອງບັນດາເຫດການໃນມື້ເຮັດວຽກທີ 2 ຂອງ GEF 6 ແມ່ນວາລະປະຊຸມສະມັດຊາ GEF ຄັ້ງທີ 54 (ເລີ່ມແຕ່ວັນທີ 24 ຫາວັນທີ 26 ມິຖຸນາ 2018).
ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 6 ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ - ảnh 1 ບັນດາຜູ້ແທນທີ່ກອງປະຊຸມ

ກ້າວເຂົ້າສູ່ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ 6, ສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກ (GEF 6) ຈັດຕັ້ງແຕ່ວັນທີ 23 – 29 ມິຖຸນາ ຢູ່ນະຄອນ ດ່ານັ້ງ, ວັນທີ 24 ມິຖຸນາ, ຄະນະຈັດຕັ້ງໄດ້ຈັດຕັ້ງຫຼາຍເຫດການສຳຄັນ. ຈຸດພົ້ນເດັ່ນຂອງບັນດາເຫດການໃນມື້ເຮັດວຽກທີ 2 ຂອງ GEF 6 ແມ່ນວາລະປະຊຸມສະມັດຊາ GEF ຄັ້ງທີ 54 (ເລີ່ມແຕ່ວັນທີ 24 ຫາວັນທີ 26 ມິຖຸນາ 2018).

        ວາລະປະຊຸມສະມັດຊາ GEF ຄັ້ງທີ 54 ໄດ້ຮັບການຈັດຕັ້ງເພື່ອແນໃສ່ພິຈາລະນານະໂຍບາຍອຸປະຖຳຮ່ວມໄດ້ຮັບການອັບເດດ; ເພີ່ມທະວີການຮ່ວມມືຂອງ GEF; ແຜນການ ແລະ ງົບປະມານໃນປີ 2019 ຂອງ GEF; ລາຍການເຮັດວຽກ; ຂໍ້ຕົກລົງປະຕິບັດລາຍການອຸປະຖຳຍ່ອຍໃຫ້ແກ່ GEF ໄລຍະ 7 ແລະ ບັນດາຂໍ້ຕົກລົງປະຕິບັດໂຄງການໜູນຊ່ວຍແຫ່ງຊາດໃຫ້ແກ່ GEF ໄລຍະ 7.

        ກໍ່ໃນມື້ເຮັດວຽກທີ 2, ໄດ້ຈັດຕັ້ງບັນດາເຫດການຢູ່ນອກກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບັນຫາສຳຄັນທົ່ວໂລກຄື: ທັນຍາຫານ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກຮັກສາຊີວະນາໆພັນ…

ຕອບກັບ

ຂ່າວ/ບົດ​ອື່ນ