ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ14 ຄະນະບໍລິຫານງານສູນກາງພັກ ຊຸດທີ12

(VOVWORLD) -ຄະນະບໍລິຫານງານສູນກາງພັກເຮັດວຽກ ຢູ່ຫໍປະຊຸມ ປຶກສາຫາລືກ່ຽວກັບຮ່າງບົດລາຍງານການເມືອງທີ່ຈະ ຍື່ນສະເໜີ ຕໍ່ກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງພັກ; ຮ່າງບົດລາຍງານສະຫຼຸບການປະຕິບັດ ຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2011-2020...
ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ14 ຄະນະບໍລິຫານງານສູນກາງພັກ ຊຸດທີ12 - ảnh 1ມື້ເຮັດວຽກທີ 2 ຂອງກອງປະຊຸມຄັ້ງທີ່ 14 ຄະນະບໍລິຫານງານສູນກາງພັກ ຊຸດທີ12 

    ໃນຕອນເຊົ້າວັນທີ 12 ທັນວາ, ຄະນະບໍລິຫານງານສູນກາງພັກເຮັດວຽກ ຢູ່ຫໍປະຊຸມ ປຶກສາຫາລືກ່ຽວກັບຮ່າງບົດລາຍງານການເມືອງທີ່ຈະ ຍື່ນສະເໜີ ຕໍ່ກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງພັກ; ຮ່າງບົດລາຍງານສະຫຼຸບການປະຕິບັດ ຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2011-2020, ສ້າງ ຍຸດທະສາດ ພັດທະນາເສດຖະກິດສັງຄົມໄລຍະ 10 ປີ 2021-2030; ຮ່າງ ບົດລາຍງານ ຕີລາຄາໝາກຜົນການປະຕິບັດ ໜ້າທີ່ ພັດທະນາເສດຖະກິດສັງຄົມ ໄລຍະ 5 ປີ 2016-2020 ແລະທິດທາງໜ້າທີພັດທະນາເສດຖະກິດສັງຄົມ ໄລຍະ2021-2025, ຮ່າງບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ ແລະ ປະຕິບັດ ກົດລະບຽບຂອງພັກຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ທີ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່13ຂອງພັກ

    ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກ ເຮັດວຽກຢູ່ຕາມໜ່ວຍ ປຶກສາຫາລື ຮ່າງບົດລາຍງານ ສຳລວດກວດຄືນການຊີ້ນຳນຳພາຂອງ ຄະນະ ບໍລິຫານງານ ສູນກາງພັກຊຸດທີ 12 ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ບົດລາຍງານສະຫຼຸບການປະຕິບັດລະບຽບການ ເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະ ເລຂາສູນກາງພັກ ຊຸດທີ 12 .

ຕອບກັບ

ຂ່າວ/ບົດ​ອື່ນ