ມື້ເຮັດວຽກທີ 2 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

ມື້ເຮັດວຽກທີ 2 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ  - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ຕອນ​ບ່າຍ​ວັນ​ທີ 6/10, ວາລະ​ປະຊຸມ​ຄັ້ງທີ 12 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສືບ​ຕໍ່​ລາຍການ​ເຮັດ​ວຽກ​ດ້ວຍ​ເນື້ອ​ໃນຕົ້ນຕໍຄື: ​ໃຫ້​ຄຳ​ເຫັນ​ໃນ​ບົດ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ຂັ້ນຕອນ, ລະບຽບ​ການ, ວິທີ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່​ງຊາດ, ສະພາ​ປະຊາຊົນ​​ເລືອກ​ຕັ້ງຫຼື​ໃຫ້​ສັດຕະຍາບັນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເປັນ​ປະທານ​ວາລະ​ປະຊຸມ. ຄຳ​ເຫັນ​ຂອງ​ຫຼາຍ​ທ່ານ​ສະ​ເໜີ​ຕ້ອງ​ກຳນົດ ​ແລະ ​ແບ່ງ​ຂັ້ນສິດ​ອຳນາດ​ການ​ປະຕິບັດ​ເລື່ອງ​ເອົາ​ບັດ​ໄວ້​ວາງ​ໃຈ​ໃຫ້​ທັງ​ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ຄະນະ​ຂອງ​ສະພາ​ປະຊາຊົນ ​ເພື່ອ​ແນ່​ໃສ່​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້​ຂອງ​ຂໍ້​ກຳນົດ​ດັ່ງກ່າວ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ການ​ເອົາ​ບັດ​ໄວ້​ວາງ​ໃຈ​ໄດ້​ຮັບ​ການ​ສຸມ​ໃສ່, ຫຼີກ​ເວັ້ນການ​ກະ​ແຈກ​ກະຈາຍ ​ແລະ ມີ​ລັກສະນະ​ເປັນ​ຮູບ​ການ. ​ປະກອບ​ຄຳ​ເຫັນ​ເຂົ້າ​ໃນ​ເນື້ອ​ໃນ​ດັ່ງກ່າວ, ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າ:

   “ຖ້າ​ຫາກ​ໄດ້​ເລືອກ​ຕັ້ງ ​ແລະ ​ໃຫ້​ສັດຕະຍາບັນ​ແລ້ວ ກໍ່​ລ້ວນ​ແຕ່​ຕ້ອງ​ເອົາ​ບັດ​ໄວ້​ວາງ​ໃຈ​ເພື່ອ​ຕິດຕາມ​ກວດກາ​ວ່າ ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະ​ຍາບັນຈາກ​ສະພາ​ປະຊາຊົນ​ດັ່ງກ່າວ​ໄດ້​ປະຕິບັດ​ໜ້າ​ທີ່​ສຳ​ເລັດ​ຫຼື​ບໍ່. ​ແຕ່ລະ​ປີ​ຕ້ອງ​ເອົາ​ບັດ​ໄວ້​ວາງ​ໃຈ. ພວກ​ຂ້າພະ​ເຈົ້າ​ໄດ້​ແກ້​ໄຂ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ແມ່ນ​ດຳ​ເນີນ​ການ​ເອົາ​ບັດ​ໄວ້​ວາງ​ໃຈ​ເທົ່າ​ນັ້ນ, ສ່ວນ​ການ​ປ່ອນ​ບັດ​ມອບໃຫ້​ຄະນະ​ກຳມະການ ​ແລະ ສະພາ​ປະຊາຊົນ​ເຮັດ

 

ຂ່າວ/ບົດ​ອື່ນ