ມື້​ເຮັດ​ວຽກທີ 3 ຂອງ ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

(VOVWORLD) -    ວັນທີ 07 ກໍລະກົດ, ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 3.
ມື້​ເຮັດ​ວຽກທີ 3 ຂອງ ກອງ​ປະ​ຊຸມ​ຄັ້ງ​ທີ  3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII - ảnh 1ກອງປະຊຸມຄັ້ງທີ 3  ຄະນະບໍລິຫານງານສູນກາງພັກ ຊຸດທີ XIII (ພາບ: TTXVN)

ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືກ່ຽວກັບກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາສູນກາງພັກຊຸດທີ XIII; ຮ່າງກົດລະບຽບເຮັດວຽກຂອງ ຄະນະກຳມະການກວດກາສູນກາງພັກຊຸດທີ XIII. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນປະທານວາລະປຶກສາຫາລືດັ່ງກ່າວ.

        ຮອດຕອນບ່າຍ, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລືກ່ຽວກັບ ຂໍ້ກຳນົດໃນການປະຕິບັດມະຕິຂອງພັກ; ຮ່າງຂໍ້ກຳນົດກ່ຽວກັບວຽກງານການກວດກາ, ຕິດຕາມ ແລະ ກົດລະບຽບຂອງພັກ.

        ຫຼັງຈາກນັ້ນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ກ່າວໃບສະເໜີຂອງກົມການເມືອງ ກ່ຽວກັບໂຄງປະກອບການຈັດຕັ້ງກົງຈັກລັດ ແລະ ແບບວິທີແນະນຳບຸກຄະລາກອນເພີ່ມເຕີມ ຮັບຜິດຊອບບາງຕຳແໜ່ງຊີ້ນຳ, ນຳພາອົງການລັດ ຊຸດທີ XV, ອາຍຸການ 2021 – 2026 ກ່ຽວກັບການແນະນຳບຸກຄະລາກອນເພື່ອຮັບດຳລົງຕຳແໜ່ງເປັນຄະນະກຳມະການກວດກາສູນກາງພັກ ຊຸດທີ XIII ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານບໍລິຫານ.


ຕອບກັບ

ຂ່າວ/ບົດ​ອື່ນ