ມື້​ເຮັດ​ວຽກ​ທີ 4 ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກຄັ້ງ​ທີ 14, ຊຸດ​ທີ XII

(VOVWORLD) -ຄະນະບໍລິຫານງານສູນກາງພັກ ໄດ້ປ່ອນບັດລົງປະຊາມະຕິ ແນະນຳບັນດາສະມາຊິກກົມການເມືອງ, ຄະນະເລຂາສຸດທີ 12 ເຂົ້າຮ່ວມກົມການເມືອງ, ຄະນະເລຂາຊຸດທີ XIII ແລະ ປ່ອນບັດລົງປະຊາມະຕິແນະນຳບັນດາສະຫາຍກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XII ເຂົ້າຮ່ວມກົມການເມືອງ ແລະ ຄະນະເລຂາຊຸດທີ XIII.
ມື້​ເຮັດ​ວຽກ​ທີ 4 ຂອງກອງ​ປະ​ຊຸມ​ສູນ​ກາງ​ພັກຄັ້ງ​ທີ 14, ຊຸດ​ທີ XII - ảnh 1 ມື້ເຮັດວຽກທີ 4 ຂອງກອງປະຊຸມສູນກາງພັກຄັ້ງທີ 14, ຊຸດທີ XII (ພາບ: TTXVN)

ວັນທີ 17 ທັນວາ, ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມໄດ້ມີການປະຊຸມກ່ຽວກັບວຽກງານພະນັກງານ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງໄດ້ຕາງໜ້າໃຫ້ກົມການເມືອງເປັນປະທານ, ບໍລິຫານກອງປະຊຸມ. ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕາງໜ້າໃຫ້ກົມການເມືອງຜ່ານໃບສະເໜີຂອງກົມການເມືອງກ່ຽວກັບທິດທາງວຽກງານບຸກຄະລາກອນກົມການເມືອງ, ຄະນະເລຂາຊຸດທີ XIII. ຄະນະບໍລິຫານງານສູນກາງພັກ ໄດ້ປ່ອນບັດລົງປະຊາມະຕິ ແນະນຳບັນດາສະມາຊິກກົມການເມືອງ, ຄະນະເລຂາສຸດທີ 12 ເຂົ້າຮ່ວມກົມການເມືອງ, ຄະນະເລຂາຊຸດທີ XIII ແລະ ປ່ອນບັດລົງປະຊາມະຕິແນະນຳບັນດາສະຫາຍກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XII ເຂົ້າຮ່ວມກົມການເມືອງ ແລະ ຄະນະເລຂາຊຸດທີ XIII.

ຕອບກັບ

ຂ່າວ/ບົດ​ອື່ນ