ມື້ເຮັດວຽກທີ 9 ຂອງສະພາແຫ່ງຊາດ

ມື້ເຮັດວຽກທີ 9 ຂອງສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 30/05, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 7 ດ້ວຍ​ຫຼາຍເນື້ອ​ໃນ​ສຳຄັນ. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ໃນ​ຕອນ​ເຊົ້າ​ວັນ​ທີ 30/05, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປ​ຸງ); ບົດ​ລາຍ​ງານ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປ​ຸງ) ​ແລະ ບົດ​ລາຍ​ງານ​ອະ​ພິປາ​ຍ, ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບປ​ຸງ). ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງຮ່າງ​ກົດໝາຍ​ວ່າດ້ວຍ​ພາສີ (ສະບັບ​ປັບປ​ຸງ).

        ​ໃນ​ຕອນ​ບ່າຍ, ສະພາ​ແຫ່ງ​ຊາດ​ໄດ້​ລົງ​ມະຕິ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2015, ປັບ​ປຸງໂຄງການ​ສ້າງກົດໝາຍ, ລັດຖະບັນຍັດຊຸດ​ທີ 13 ​ແລະ ປີ 2014 ຂອງ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ​ກໍ່ຮັບ​ຟັງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປ​ຸງ). ສະພາ​ແຫ່ງ​ຊາດ​ຍັງ​ປຶກສາ​ຫາລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງຮ່າງ​ກົດໝາຍ​ວ່າດ້ວຍການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປ​ຸງ).

ຂ່າວ/ບົດ​ອື່ນ