ມື້ເຮັດວຽກທີ4ຂອງກອງປະຊຸມສະໄໝສາມັນເທື່ອທີ7,ສະພາແຫ່ງຊາດຫວຽດນາມຊຸດທີ13

ມື້ເຮັດວຽກທີ4ຂອງກອງປະຊຸມສະໄໝສາມັນເທື່ອທີ7,ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ມື້ເຮັດວຽກທີ 4ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 13

(vovworld) - ຕາມ​​ແຜນການ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 23/5, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ການ​ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​​​ແຫ່​ງລັດ​ປີ 2013, ​ວິທີ​ຮັບປະກັນ​ຄວາມ​ດຸນ​ດຽງ​ງົບປະມານ​ສູນ​ກາງ ​ແລະ ງົບປະມານ​ທ້ອງ​ຖີ່​ນປີ 2013, ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ​ ​ແລະ ງົບປະມານ​​ແຫ່ງ​ລັດ​ຊຸມ​ເດືອນ​ຕົ້ນ​ປີ 2014, ສະຫລຸບ​ບັນຊີ​ງົບປະມານ​ແຫ່ງ​ລັດ​ປີ 2012.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ໋ຽນຢູ້ງ, ດ້ວຍ​ການ​ມອບ​ສິດ​ຂອງ​ນາຍົກລັດຖະມົນຕີ ຂຶ້ນ​ກ່າວ​ໃບ​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​​ເງິນຂອງ​ລັດລົງທຶນ​ເຂົ້າ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ຫົວໜ້າ​​ກຳມາ​ທິການ​ເສດຖະກິດ​ຂອງ ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ເຢົ່າ, ສະ​ເໜີ​ບົດ​ລາຍ​ງານກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​​ເງິນຂອງ​ລັດລົງທຶນ​ເຂົ້າ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ຫຼັງ​ຈາກ​ນັ້ນ, ຫົວໜ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ທ່ານ​ ຫງວຽນ​ກິມຄວາ ສະ​ເໜີ​ບົດ​ລາຍ​ງານ​ອະພິປາຍ, ຮັບ​​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ, ອອກ​ເມືອງ, ຂ້າມ​ແດນ, ຢູ່​ອາ​ໄສ​ຂອງ​ຊາວ ຕ່າງປະ​ເທດ ຢູ່ ຫວຽດນາມ ​ແລະ ກໍ່​ໃນ​ວາລະ​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ທີ 23/5, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ, ອອກ​ເມືອງ, ຂ້າມ​ແດນ, ຢູ່​ອາ​ໄສ​ຂອງ​ຊາວຕ່າງປະ​ເທດ​ຢູ່ ຫວຽດນາມ.

 


ຂ່າວ/ບົດ​ອື່ນ