ມື້ເຮັດວຽກທີ6ຂອງກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ 11

ມື້ເຮັດວຽກທີ6ຂອງກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ 11 - ảnh 1
ມື້ເຮັດວຽກທີ6ຂອງກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ 11

(vovworld) -​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງ ກອງ​ປະຊຸມ​ຄັ້ງ​ທີ 10 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11, ວັນ​ທີ 10/1, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ທີ່​ຫໍ​ປະຊຸມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ເປັນ​ປະທານ​ກອງ​ປະຊຸມ. ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະ​ນະ​ເລ​ຂາ ​ໄດ້​ອ່ານ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ເລື່ອງ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຂອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​​ສຳລັບ​ບັນດາ​ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາ​ຊຸດ​ທີ 11. ຫຼັງ​ຈາກ​ນັ້ນ​ສູນ​ກາງ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ. ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ອ່ານ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ສູນ​ກາງ​ສຳລັບ​ລາຍ​ຊື່​ບຸກຄະລາ​ກອນ​ມີ​ມາດຖານ​ຢ່າງ​ພຽງພໍ​ເພື່ອ​ພິຈາລະນາ, ​ເລືອກ​ເຟັ້ນ​ເພີ່ມ​ເຕີມ​ໃນ​ແຜນ​ກຳນົດ​ກົມ​ການ​ເມືອງ, ຄະນະ​ເລຂາ. ຫຼັງ​ຈາກ​ນັ້ນ​ດຳ​ເນີນ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ສູນ​ກາງ​ກ່ຽວ​ກັບ​ລາຍ​ຊື່​ດັ່ງກ່າວ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ດຳ​ເນີນ​ການ​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ແຜນ​ຮ່າງ​ຫຼຸດຜ່ອນ​ບັນຈຸ​ພະນັກງານ ​ແລະ ສ້າງ​ໂຄງ​ປະກອບ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ພາລະ​ກອນ​ຄືນ​ໃໝ່.

 


ຂ່າວ/ບົດ​ອື່ນ