ມື້ເຮັດວຽກສຸດທ້າຍຂອງກອງປະຊຸມເຈລະຈາ Shangri-La 2024

(VOVWORLD) - ຕອນເຊົ້າວັນທີ 2 ມິຖຸນາ, ກອງປະຊຸມຄົບຄະນະໄດ້ອັດລົງ, ປິດກອງປະຊຸມເຈລະຈາ Shangri-La 2024  ຄັ້ງທີ 21 ດ້ວຍຫລາຍເນື້ອໃນປຶກສາຫາລືທີ່ແທດຈິງ.
ມື້ເຮັດວຽກສຸດທ້າຍຂອງກອງປະຊຸມເຈລະຈາ Shangri-La 2024 - ảnh 1ທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ  ກ່າວຄຳເຫັນທີ່ກອງປະຊຸມ. ພາບ:Đình Nam/VOV1

ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ຢືນຢັນ: ນະໂຍບາຍ “ຈີນ ຫນຶ່ງດຽວ”, ໃຫ້ຄຳໝັ້ນສັນຍາປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ  (DOC) ແລະ ຍູ້ໄວບັນດາການປຶກສາຫາລືກ່ຽວກັບປະມວນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ໃຫ້ຄຳໝັ້ນສັນຍາສືບຕາມຄວາມໝັ້ນຄົງຮ່ວມໃນການແກ້ໄຂວິກິດການ ຢູແກຼນ, ອິດສະຣາແອນ - ປາແລດສະຕິນ, ແຫລມເກົາຫລີ, ອາບການິສະຖານ, ມ້ຽນມາ.

ທ່ານ Dong Jun ເນັ້ນຫນັກຄວາມສຳຄັນຂອງເລື່ອງຊຸກຍູ້ສັນຕິພາບ ແລະ ການພັດທະນາ ຢູ່ ພາກພື້ນ ອາຊີ - ປາຊີຟິກ ຜ່ານການເຈລະຈາ ແລະ ປຶກສາຫາລື, ປະຕິເສດທຸກຄວາມມານະພະຍາຍາມທຳລາຍສະຖຽນລະພາບຂອງພາກພື້ນ. ບັນດາກອງປະຊຸມຄົບຄະນະຕໍ່ໄປກໍ່ປຶກສາຫາລືກ່ຽວກັບການເຊື່ອມຕໍ່ຄວາມໝັ້ນຄົງ ມະຫາສະໝຸດອິນເດຍ - ປາຊິຟິກ ແລະ ສ້າງມາດຕະການຄືນໃຫມ່ໃຫ້ແກ່ສະຖຽນລະພາບຂອງພາກພື້ນ. ບັນດາຜູ້ແທນໄດ້ຮັບຟັງທັດສະນະຈາກການນຳ ໄທ, ນິວເຊີແລນ, ການາດາ, ຢູແກຼນ ແລະ ມາເລເຊຍ.

ຕອນຄ່ຳວັນທີ 1 ມິຖຸນາ, ປະທານາທິບໍດີ ຢູແກຼນ ທ່ານ Volodymyr Zelensky, ກໍ່ໄດ້ເດີນທາງເຖິງ ສິງກະໂປ ໃນຄວາມມານະພະຍາຍາມ ຜ່ານກອງປະຊຸມເຈລະຈາ Shangri-La ເພື່ອຊອກຫາການສະຫນັບສະຫນູນຫລາຍກວ່າອີກສຳລັບ ຢູແກຼນ ໃນການປະທະກັນກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ