ມີແຂກທ່ອງທ່ຽວກວ່າ 6 ໝື່ນເທື່ອຄົນມາຢ້ຽມຊົມເຂດປູຊະນີຍະສະຖານລະດັບຊາດພິເສດ ງູ້ແຮ່ງເຊີນ

(VOVWORLD) -ຕົ້ນປີ 2019, ເຂດປູຊະນີຍະສະຖານ ງູ້ແຮ່ງເຊີນ ໄດ້ຮັບໃບຢັ້ງຢືນວ່າແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ. ພາຍຫຼັງເຫດການສຳຄັນນີ້, ງູ້ແຮ່ງເຊີນ ໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍມາຢ້ຽມຊົມ.
ມີແຂກທ່ອງທ່ຽວກວ່າ 6 ໝື່ນເທື່ອຄົນມາຢ້ຽມຊົມເຂດປູຊະນີຍະສະຖານລະດັບຊາດພິເສດ ງູ້ແຮ່ງເຊີນ - ảnh 1 (ພາບປະກອບ: tapchidulich)

ໃນຊຸມມື້ບຸນເຕັດ, ໄດ້ມີແຂກທ່ອງທ່ຽວກວ່າ 6 ໝື່ນເທື່ອຄົນມາຢ້ຽມຊົມຢູ່ເຂດນີ້. ແມ່ຕູ້ ຫວໍທິເຟື້ອງ, ນັກທ່ອງທ່ຽວມາຈາກແຂວງ ນາມດິ້ງ, ທີ່ມາຢ້ຽມຊົມເຂດນີ້, ໃຫ້ຮູ້ວ່າ.

        “ແຕ່ລະປີ, ຄອບຄົວຂອງຂ້າພະເຈົ້າລ້ວນແຕ່ມາແຫ່ງນີ້, ໄຫວບູຊາບັນດາວັດເກົາແກ່ຢູ່ ງູ້ແຮ່ງເຊີນ. ພາວະນາຂໍໃຫ້ຄອບຄົວຢູ່ເຢັນເປັນສຸກ ແລະ ປະສົບແຕ່ສິ່ງດີງາມ”.

        ຄາດວ່າ, ປີ 2019 ເຂດປູຊະນີຍະສະຖານ ງູ້ແຮ່ງເຊີນ ຈະຕ້ອນຮັບແຂກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ