ມີແຂກທ່ອງທ່ຽວສາກົນກວ່າ 130.000 ເທື່ອຄົນມາຢ້ຽມຢາມແຂວງ ບ່າເຮີ້ຍ - ວູງເຕົາ ໃນໂອກາດບຸນເຕັດ

(VOVWORLD) - ແຂກທ່ອງທ່ຽວມາຢ້ຽມຢາມ, ພັກຜ່ອນໃນວັນທີ 11 ກຸມພາ (ກົງກັບວັນທີ 2 ບຸນເຕັດ) ມີປະມານ 57.300 ເທື່ອຄົນ
ມີແຂກທ່ອງທ່ຽວສາກົນກວ່າ 130.000 ເທື່ອຄົນມາຢ້ຽມຢາມແຂວງ ບ່າເຮີ້ຍ - ວູງເຕົາ ໃນໂອກາດບຸນເຕັດ - ảnh 1(ບ່າເຮີ້ຍ - ວູງເຕົາ ຕ້ອນຮັບແຂກທ່ອງທ່ຽວກວ່າ 130.000 ມາລະຫຼີ້ນ)

        ວັນທີ 11 ກຸມພາ, ພະແນກທ່ອງທ່ຽວແຂວງ ບ່າເຮີ້ຍ - ວູງເຕົາ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 11 ກຸມພາ, ບັນດາໂຮງແຮມ, ເຂດທ່ອງທ່ຽວ, ເຂດອາບທະເລຢູ່ບໍລິເວນແຂວງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 130.000 ມາລະຫຼີ້ນ, ພັກຜ່ອນຕາກອາກາດ ແລະ ພັກພາເຊົາ.

        ລະອຽດແມ່ນ, ແຂກທ່ອງທ່ຽວມາຢ້ຽມຢາມ, ພັກຜ່ອນໃນວັນທີ 11 ກຸມພາ (ກົງກັບວັນທີ 2 ບຸນເຕັດ) ມີປະມານ 57.300 ເທື່ອຄົນ, ສະເພາະແຂກທ່ອງທ່ຽວສາກົນປະມານ 1.123 ເທື່ອຄົນ, ບັນລຸລາຍຮັບເກືອບ 78 ຕື້ດົ່ງ (ເກືອບ 3,2 ລ້ານ USD). ສະເພາະໃນວັນທີ 10 ກຸມພາ (ກົງກັບວັນທີ 1 ບຸນເຕັດ), ຈຳນວນແຂກທ່ອງທ່ຽວພາຍໃນປະເທດມາຢ້ຽມຢາມກວ່າ 52.000 ເທື່ອຄົນ.

        ຕາມຂະແໜງທ່ອງທ່ຽວແຂວງ ບ່າເຮີ້ຍ - ວູງເຕົາ ແລ້ວ, ເຖິງວ່າຈຳນວນແຂກທ່ອງທ່ຽວພາຍໃນປະເທດຍັງບໍ່ທັນຫຼາຍເທື່ອ, ແຕ່ບັນດາເມືອງ, ເທດສະບານເມືອງ ແລະ ນະຄອນກໍ່ໄດ້ກະກຽມເຫດການຕ່າງໆ ແລະ ກຳລັງຕ້ອນຮັບຢ່າງລະອຽດລະອໍເພື່ອຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມ, ພັກຜ່ອນຕາກອາກາດໃນຊຸມມື້ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ