ມີແມ່ຍິງ 700 ກວ່າຄົນຈາກບັນດາແຂວງພາກໃຕ້ສະແດງການເຕັ້ນ Aerobic ເພື່ອສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ

(VOVWORLD) - ລາຍການມີການເຂົ້າຮ່ວມຂອງແມ່ຍິງມາຈາກບັນດາແຂວງ, ນະຄອນຄື: ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ເລິມດົງ, ຕ່ຽນຢາງ…
ມີແມ່ຍິງ 700 ກວ່າຄົນຈາກບັນດາແຂວງພາກໃຕ້ສະແດງການເຕັ້ນ Aerobic ເພື່ອສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ  - ảnh 1ມີແມ່ຍິງ 700 ກວ່າຄົນຮ່ວມການເຄື່ອນໄຫວອອກກຳລັງກາຍຮ່ວມ Aerobic
(ພາບ: ຈິແທກ)

ຕອນເຊົ້າວັນທີ 15 ຕຸລາ, ມີແມ່ຍິງ 700 ກວ່າຄົນທີ່ມາຈາກຫຼາຍແຂວງ, ນະຄອນໄດ້ເຕົ້າໂຮມຢູ່ນະຄອນ ໂຮ່ຈີມິນ ເພື່ອໄດ້ເຂົ້າຮ່ວມການເຄື່ອນໄຫວອອກກຳລັງກາຍຮ່ວມ Aerobic ເພື່ອສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ 20 ຕຸລາ. ນີ້ແມ່ນການເຄື່ອນໄຫວໂດຍພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈິມິນ ສົມທົບກັບສະຫະພັນກິລາກາຍະກຳນະຄອນ ສົນທົບກັນຈັດຂຶ້ນ.

ລາຍການມີການເຂົ້າຮ່ວມຂອງແມ່ຍິງມາຈາກບັນດາແຂວງ, ນະຄອນຄື: ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ເລິມດົງ, ຕ່ຽນຢາງ… ຜ່ານການເຄື່ອນໄຫວຄັ້ງນີ້, ຄະນະຈັດຕັ້ງປາດຖະໜາວ່າ ບັນດາການເຄື່ອນໄຫວອອກກຳລັງກາຍເພື່ອຍົກສູງສຸຂະພາບໃຫ້ດີຂຶ້ນຈະແຜ່ລາມໄປທົ່ວປະເທດ. ຜ່ານນັ້ນ, ແຕ່ລະຄົນສາມາດເລືອກເອົາປະເພດກິລາເພື່ອຝຶກຊ້ອມ, ປະກອບສ່ວນເພີ່ມ ອັດຕາຜູ້ອອກກຳລັງກາຍເປັນປະຈຳຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ