ມີໂຄງການຈຸດສຸມໜຶ່ງອີກໄດ້ຮັບການກໍ່ສ້າງໃນ “ປີແຫ່ງຄວາມສາມັກຄີ ມິດຕະພາບຫວຽດນາມ - ລາວ

ມີໂຄງການຈຸດສຸມໜຶ່ງອີກໄດ້ຮັບການກໍ່ສ້າງໃນ “ປີແຫ່ງຄວາມສາມັກຄີ ມິດຕະພາບຫວຽດນາມ - ລາວ - ảnh 1
ເລີ່​ມລົງມື​ກໍ່ສ້າງ​ໂຄງການ “ບູລະນະ, ​ເປີດ​ກ້ວາງ ວິທະຍາ​ໄລ​ການ​ເງິນ​ພາກ​ເໜືອ​ລາວ ຢູ່​ຫຼວງ​ພະ​ບາງ”
(ພາບ:
Hoang Chương/Vietnam+)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/6, ຢູ່ ຫຼວງພະ​ບາງ, ກະຊວງ​ການ​ເງິນ ລາວ ​ແລະ ຫວຽດນາມ ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ແຂວງ ຫຼວງ​ພະ​ບາງ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ “ບູລະນະ, ​ເປີດ​ກ້ວາງ ວິທະຍາ​ໄລ​ການ​ເງິນ​ພາກ​ເໜືອ​ລາວ ຢູ່​ຫຼວງ​ພະ​ບາງ”. ​ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ​ມີ​ທ່ານ​ເລຂາຄະນະ​ພັກ, ​ເຈົ້າ​ແຂວງ ​ແຂວງ​ຫຼວງ​ພະ​ບາງ ທ່ານ ຄຳ​​ແພງ ​ໄຊ​ສົມ​ແພງ, ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ Vuong Dinh Hue ​ແລະ ຄູ່​ຕຳ​ແໜ່​ງ ທ່ານ ພູ​ເພັດ ຄຳ​ພູ​ວົງ, ພອ້ມກັບ​ເຈົ້າ​ໜ້າ​ທີ່ 2 ປະ​ເທດ ຫວຽດນາມ - ລາວ. ​ໂຄງການ​ມີ​ຍອດ​ເງິນ​ລົງທຶນ​ກ່ວາ 22 ຕື້​ດົ່ງ, ​ໃນ​ນັ້ນ​ແຫຼ່ງ​ເງິນ​ໜູນ​ຊ່ວຍ​ຂອງ​ຫວຽດນາມ ສະຫງວນ​ໃຫ້​ແກ່ ລາວ ​ແມ່ນ ກ່ວາ 21 ຕື້​ດົ່ງ, ສ່ວນ​ຍັງ​ເຫຼືອ​​ແມ່ນ​ເງິນສົມທົບ ຂອງ​ລາວ. ນີ​ແມ່ນ​ໂຄງການ​ຈຸດ​ສຸມ ມີ​ຄວາມ​ໝາຍດ້ານ​ການ​ເມືອງ ​ແລະ ມີ​ຄວາມ​ສຳຄັນ ​ໃນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ 2 ປະ​ເທດ ​ໄລ​ຍະ 2011 – 2015, ປະກອບສ່ວນສະ​ເຫຼີ​ມສະຫຼອງ “ປີ​ແຫ່ງ​ຄວາມ​ສາມັກຄີ - ມິດຕະພາບ​ຫວຽດນາມ - ລາວ 2012”, ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ຮ່ວມ​ມື (18/7/1977 – 18/7/2012) ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (5/9/1962 – 5/9/2012).

ຂ່າວ/ບົດ​ອື່ນ