ມີໜັງສືພິມລະດູບານໃໝ່ຫຼາຍສະບັບໄດ້ມອບໃຫ້ທະຫານແລະປະຊາຊົນເມືອງເກາະເຈື່ອງຊາ

ມີໜັງສືພິມລະດູບານໃໝ່ຫຼາຍສະບັບໄດ້ມອບໃຫ້ທະຫານແລະປະຊາຊົນເມືອງເກາະເຈື່ອງຊາ - ảnh 1
ພິ​ທີ​​ອັດ​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ ແຂວງ​ແຄ໋ງ​ຮ່​ວາ ປີ 2017
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 07/02, ຢູ່​ສູນ​ວັດ​ທະ​ນະ​ທຳ​ແຂວງ​ແຄ໋​ງ​ຮ່​ວາ, ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ໄດ້​ຈັດ​ຕັ້ງ​ພິ​ທີ​​ອັດ​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ ແຂວງ​ແຄ໋ງ​ຮ່​ວາ ປີ 2017. ຄະ​ນະ​ຈັດ​ຕັ້ງ​ຄາດ​ວ່າ​, ​ໜັງ​ສື​ພິມກວ່າ 400 ຢ່າງ ແລະ ສື່​ສິ່ງ​ພິມ​ເກືອບ 5.000 ສະ​ບັບ​​ທີ່ວາງ​ສະ​ແດງ​ສະ​ແດງຢ​ູ່​ງານ​ບຸນ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່ ຈະ​ສົ່ງ​ເຖິງ​ບັນ​ດາ​ສູນ​ວັດ​ທະ​ນະ​ທຳ, ບັນ​ດາ​ຫໍ​ສະ​ໝຸດ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂັ້ນ​ເມືອງ ເພື່ອ​ສືບ​ຕໍ່​ຮັບ​ໃຊ້​ໃຫ້​ຜູ້​ອ່ານ ແລະ ສ່ວນ​ຫຼາຍ​ແມ່ນມອບ​ໃຫ້​ທ​ະ​ຫານ, ປະ​ຊາ​ຊົນ​ຢູ່​ເມືອງ​ເກາະ ເຈື່ອງ​ຊາ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ດ່​ວານ​ມິງ​ລອງ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ​ແຄ໋ງ​ຮ່​ວາ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ ໃຫ້​ຮ​ູ້​ວ່າ, ທີ່​ພິ​ທີ​ອັດ, ສະ​ມ​າ​ຄົມ​ນັກ​ຂ່າວ​ແຂວງ​ແຄ໋ງ​ຮ່​ວາ ໄດ້​ຍ້ອງຍ​ໍ​ນັກ​ຂ່າວ 10 ຄົນ​ມີ​ບົດ​ໜັງ​ສື​ພິມ​ດີ​ເດັ່ນ​ທີ່​ໄດ້​ລົງ​ພິມ​ໃນ​ບັນ​ດາ​ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່, ​ທີ່ຂຽນ​ກ່ຽວ​ກັບ​ແຂວງ​ແຄ໋ງ​ຮ່​ວາ ດ້ວຍ​​ບັນ​ດາ​ຫົວ​ເລື່ອງ​​ກ່ຽວ​ກັບການ​ເມືອ​ງ​, ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ປະ​ທານ​ໂຮ່​ຈິ​ມິນ; ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ, ​ສ່ອ​ງ​ແສງ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ແຄ໋ງ​ຮ່​ວາ.

ຂ່າວ/ບົດ​ອື່ນ