ມີໝາກລີ້ນຈີ່ກວ່າ1ໂຕນໄດ້ສົ່ງອອກເປັນຄັ້ງທຳອິດໄປຍັງອາເມລິກາໃນປີ2016

ມີໝາກລີ້ນຈີ່ກວ່າ1ໂຕນໄດ້ສົ່ງອອກເປັນຄັ້ງທຳອິດໄປຍັງອາເມລິກາໃນປີ2016 - ảnh 1
ໝາກ​ລີ້ນ​ຈີ່ຢູ່ ຫວຽດ​ນາມ
​ພາບ​ປະ​ກອບ:internet

(vovworld)-ບໍ​ລິ​ສັດ​ແອງ​ເຢືອງ​ຊາວ(ນະ​ຄອ​ນ​ໂຮ່​ຈິ​ມີນ)ຫາ​ກໍ​ສົ່ງ​ອອກ​ໝາກ​ລີ້ນ​ຈີ​່ກວ່າ 1 ໂຕນ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ. ໝາກ​ລີ້ນ​ຈີ່​ທັງ​ໝົດ​ໄດ້​ເກັບ​ຊື້​ຢູ່​ບັນ​ດາ​ເຂດ​ທີ່​ຕິດ​ລະ​ຫັດ​ການ​ຜະ​ລິດ​ຕາມ​ມາດ​ຖານ Global Gap ຢູ່​ເມືອງ ລຸກ​ງ້ານ ແຂວງ ບັກ​ຢາງ. ຄາດ​ວ່າ ພາຍ​ຫລັງ​ສົ່ງ​ອອກ​ໝາກ​ລີ້ນ​ຈີ່​ໃນ​ງວດ​ທຳ​ອິດ, ວິ​ສາ​ຫະ​ກິດ​ຈະ​ພິ​ຈ​າ​ລະ​ນາ​ເກັບ​ຊື້​ຕື່ມ​ອີກ​ປະ​ມານ 20 ໂຕນ ເພື່ອ​ສົ່ງ​ອອກ ດ້ວຍ​ລາ​ຄາ​ສູງກວ່າ​ລາ​ຄາ​ໃນ​ທ້ອງຕະ​ຫລາດ​ປະ​ມານ 10% ໃນ​ຈຸດ​ເວ​ລາ​ທີ່​ເກັບ​ຊື້. ທ່ານ ຟ້າມງອກ​ຕູ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ແອງ​ເຢືອງ​ຊາວ ໃຫ້​ຮູ້​ວ່າ:

        “ປີນີ້ ຄວາມ​ຕ້ອງ​ການ​ໝາກ​ລີ້ນ​ຈີ່​ຢູ່ ອາ​ເມ​ລິ​ກາ ຈະ​ສູງກວ່າ ເພາະ​ລະ​ດູ​ການ​ຢູ່ ເມ​ຊີ​ໂກ ຊັກ​ຊ້າກວ່າ​ຢູ່​ຫວຽດ​ນາມ​ປະ​ມານ 2 ອາ​ທິດ. ປີ 2015 ເບື້ອງ​ຕົ້ນ​ ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ລີ້ນ​ຈີ່ 2 contaniner  ໄປ​ຍັງ​ອາ​ເມ​ລິ​ກາ, ປີ​ນີ້​ຈະ​ສົ່ງ​ອອກ​ຫລາຍກວ່າ. ເບິ່ງ​ລວມ​ແລ້ວ, ຕະ​ຫລາດ​ອາ​ເມ​ລິ​ກາ​​ມີ​ການແກ້ງ​ແຍ້ງ​ທີ່​ສຸດ, ຄາດ​ວ່າ ວິ​ສາ​ຫະ​ກິດ​ຈະ​ເກັບ​ຊື້ ແລະ ສົ່ງ​ອອກ​ແຕ່ 10 -20 ໂຕນ​ໄປ​ຍັງ​ຕະ​ຫລາດນີ້.”

        ຄາດ​ວ່າ ປີນີ້ ປະ​ລິ​ມານ​ການ​ຜະ​ລິດ​ໝາກ​ລີ້ນ​ຈີ່​ທົ່ວ​ແຂວງ​ ບັກ​ຢາງ ​ບັນ​ລຸ​ປະ​ມານ 130.000 ໂຕນ, ໃນ​ນັ້ນ 40 % ແມ່ນ​ຮັບ​ໃຊ້​ການ​ສົ່ງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ