ຢັ້ງຢືນຄຸນຄ່າປະຫວັດສາດ ແລະ ຄວາມໝາຍຍຸກສະໄໝຂອງການປະຕິວັດເດືອນຕຸລາ ລັດເຊຍ

(VOVWORLD) - ການປະຕິວັດເດືອນຕຸລາສຳເລັດຜົນຢ່າງຈົບງາມ ໄດ້ສົ່ງແສງສະຫວ່າງໃໝ່ຂອງຍຸກສະໄໝ, ແສງສະຫວ່າງຂອງລັດທິ ມາກ - ເລນິນ ໄດ້ແຜ່ກະຈາຍເຖິງ ຫວຽດນາມ
ຢັ້ງຢືນຄຸນຄ່າປະຫວັດສາດ ແລະ ຄວາມໝາຍຍຸກສະໄໝຂອງການປະຕິວັດເດືອນຕຸລາ ລັດເຊຍ - ảnh 1 ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ 

ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ (1917 - 2017), ວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີສູນກາງ, ສະພາມະຫາບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ 100 ປີແຫ່ງການປະຕິວັດເດືອນຕຸລາ ລັດເຊຍ ແລະ ລັດທິສັງຄົມນິຍົມປະກົດຜົນເປັນຈິງ - ຄຸນຄ່າປະຫວັດສາດ ແລະ ຄວາມໝາຍຍຸກສະໄໝ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢືນຢັນວ່າ: ການປະຕິວັດເດືອນຕຸລາສຳເລັດຜົນຢ່າງຈົບງາມ ໄດ້ສົ່ງແສງສະຫວ່າງໃໝ່ຂອງຍຸກສະໄໝ, ແສງສະຫວ່າງຂອງລັດທິ ມາກ - ເລນິນ ໄດ້ແຜ່ກະຈາຍເຖິງ ຫວຽດນາມ ກົງກັບໄລຍະທີ່ຂະບວນການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝະຣັ່ງ ຂອງປະຊາຊົນ ຫວຽດນາມ ພວມມີການຫັນປ່ຽນຢ່າງເລິກເຊິ່ງ, ຊົນຊັ້ນກຳມະກອນໄດ້ມີການພັດທະນາຢ່າງແຮງກ່ຽວກັບຈຳນວນ ແລະ ກ້າວຂຶ້ນເວທີການເມືອງ, ປະກອບສ່ວນຢຸດຕິວິກິດການກ່ຽວກັບແນວທາງປົດປ່ອຍຊາດໃນຕົ້ນສະຕະວັດທີ 20. ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວວ່າ:

        ບົດຮຽນຂອງການປະຕິວັດເດືອນຕຸລາ, ຂອງພາລະກິດສ້າງລັດທິສັງຄົມນິຍົມໃນໂລກກໍ່ຄືຢູ່ ຫວຽດນາມ ສະແດງໃຫ້ເຫັນວ່າບໍ່ມີອຸປະສັກໃດໆ, ບໍ່ມີທ່າອ່ຽງຝ່າຍຄ້ານໃດໆ ສາມາດກີດຂວາງພາລະກິດການພັດທະນາຄວາມກ້າວໜ້າຂອງມວນມະນຸດໃນເສັ້ນທາງກ້າວຂຶ້ນລັດທິສັງຄົມນິຍົມໄດ້. ການປະຕິວັດເດືອນຕຸລາ ລັດເຊຍ ປີ 1917 ໄດ້ບັນທຶກໄວ້ໃນປະຫວັດສາດດ້ວຍລັກສະນະບຸກທະລຸເປີດຊ່ອງທາງ ແລະ ພາທາງ, ແມ່ນຜົນງານອັນໃຫຍ່ຫລວງໃນວິວັດທະນາການປະຫວັດສາດມວນມະນຸດ.  

ຕອບກັບ

ຂ່າວ/ບົດ​ອື່ນ