ຢັ້ງ​ຢືນ​ຄວ​າມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ

(VOVWORLD) - ທ່ານເອກອັກຄະລັດຖະທູດ ກາຊັກສະຖານປະຈຳ ຫວຽດນາມ Yerlan Baizhanov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Kassym - Jomart Tokayev ຈະພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ. 
ຢັ້ງ​ຢືນ​ຄວ​າມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ - ảnh 1ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev (ພາບ:  Reuters)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 22 ສິງຫາ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານ Kassym-Jomart Tokayevໃນຖານະເປັນປະທານາທິບໍດີ, ກໍ່ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ກາຊັກສະຖານໃນໄລຍະ 12 ປີຜ່ານມາ.

ຕອບສຳພາດຕໍ່ນັກຂ່າວກ່ອນການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ກາຊັກສະຖານປະຈຳ ຫວຽດນາມ Yerlan Baizhanov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Kassym - Jomart Tokayev ຈະພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Yerlan Baizhanov ເຊື່ອໝັ້ນວ່າ ການພົບປະປຶກສາຫາລືບັນດາບັນຫາຈຸດສຸມຢ່າງເລິກເຊິ່ງ, ສາມາດຢັ້ງຢືນໄດ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງລະຫວ່າງສອງປະເທດ ແລະ ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືໃນທຸກຂົງເຂດ.

ຕາມທ່ານ ທ່ານເອກອັກຄະລັດຖະທູດ Yerlan Baizhanov ແລ້ວ, ຄາດວ່າໃນຂອບເຂດການຢ້ຽມຢາມ ສອງຝ່າຍຈະເຊັ່ນຂໍ້ຕົກລົງກ່ວາ 10 ສະບັບ. ໃນຈຳນວນນັ້ນສຳຄັນທີ່ສຸດແມ່ນ ແຜນການສົມທົບກັນກະທຳເພື່ອຊຸກຍູ້ການພັດທະນາການຮ່ວມມືເສດຖະກິດ ການຄ້າ, ສ້າງປະຖົມປັດໄຈພື້ນຖານໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ