ຢັ້ງ​ຢືນ​ບົດ​ບາດ​ຂອງ ພະ​ຍາ​ບານບົວ​ປະ​ບັດ ແລະ ພະ​ຍາ​ບານພະ​ດ​ຸງ​ຄັນໃນ​ໄລ​ຍະ​ເກີດໂລກ​ລະ​ບາດ

(VOVWORLD) -ຕອນບ່າຍວັນທີ 12 ພຶດສະພາ, ຢູ່ກະຊວງສາທາລະນະສຸກ ຫວຽດນາມ ໄດ້ດຳເນີນພິທີສະເຫຼີມສະຫຼອງ ວັນພະຍາບານສາກົນຄື ວັນທີ 12 ພຶດສະພາ. ພິທີໄດ້ຢັ້ງຢືນບົດບາດຂອງພະຍາບານບົວລະບັດ, ພະຍາບານພະດຸງຄັນໃນການດູແລສຸຂະພາບຂອງປະຊາຊົນ, ເປັນຕົ້ນແມ່ນໃນໄລຍະທີ່ໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັນສົນໃນໂລກ.
ຢັ້ງ​ຢືນ​ບົດ​ບາດ​ຂອງ ພະ​ຍາ​ບານບົວ​ປະ​ບັດ ແລະ ພະ​ຍາ​ບານພະ​ດ​ຸງ​ຄັນໃນ​ໄລ​ຍະ​ເກີດໂລກ​ລະ​ບາດ - ảnh 1ພາບປະກອບ: TTXVN 

ຕາມທ່ານຮອງສາດສະດາຈານ, ປ.ອ ເລືອງງອກເຄວ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ, ກະຊວງສາທາລະນະສຸກແລ້ວ, ຄຸນນະພາບໃນການດູແລຄົນເຈັບໃນໄລຍະທີ່ຜ່ານມາ ມີບັນດາການປ່ຽນແປງຢ່າງຈະແຈ້ງ ຜ່ານການປ່ຽນແປງໃໝ່ບັນດາຮູບແບບການແບ່ງໜ້າທີ່ວຽກງານດູແລ, ຈັດຕັ້ງການດູແລຄົນເຈັບ, ບັນດາບໍລິການໂດຍພະຍາບານບົວລະບັດ, ພະຍາບານພະດຸງຄັນສະໜອງ ນັບມື້ນັບໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກສູງຄຸນນະພາບໃນການດູແລສຸຂະພາບຂອງປະຊາຊົນຢ່າງຮອບດ້ານ.

ພິເສດ, ໃນວຽກງງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ,       ບັນດາພະຍາບານບົວລະບັດ, ພະຍາບານພະດຸງຄັນໄດ້ມີການປະກອບສ່ວນຢ່າງມີປະສິດທິຜົນພ້ອມກັບບັນດາແພດໝໍຂະແໜງອື່ນໆຍູ້ໂລກລະບາດໃຫ້ຖອຍໄປເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ