ຢຸດ​ຕິ​ ແລະ ຈາໍກັດ​ຄົນ​ເຂົ້າ​ເມືອງ ຫວຽດ​ນາມ

(VOVWORLD) -ຫວຽດນາມ ໄດ້ຕົກລົງຢຸດຕິຊົ່ວຄາວ ແລະ ຈຳກັດການເຂົ້າເມືອງສຳລັບຄົນຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເພື່ອສຸມໃສ່ຜັນຂະຫຍາຍ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດພາຍໃນປະເທດ.
ຢຸດ​ຕິ​ ແລະ ຈາໍກັດ​ຄົນ​ເຂົ້າ​ເມືອງ ຫວຽດ​ນາມ - ảnh 1(ພາບປະກອບ: TTXVN)

  ໃນການຖະແຫຼງຂ່າວນັດສາມັນກະຊວງການຕ່າງປະເທດ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບນະໂຍບາຍຄົນເຂົ້າເມືອງຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ: ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ, ເພື່ອຮັບປະກັນເປົ້າໝາຍ, ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງປອດໄພ, ລັດຖະບານ ຫວຽດນາມ ໄດ້ນຳໃຊ້ມາດຕະການຈຳນວນໜຶ່ງ, ໃນນັ້ນ ມີການຢຸດຕິການເຂົ້າເມືອງສຳລັບຄົນຕ່າງປະເທດ ແລະ ຈະອະນຸຍາດໃຫ້ແກ່ສະເພາະກໍລະນີທີ່ເປັນນັກລົງທຶນ, ນັກເຕັກນິກ, ແຮງງານທີ່ມີສີມືອາຊີບສູງ, ນັກຄຸ້ມຄອງວິສາຫະກິດ ເຂົ້າມາ ເຮັດວຽກຢູ່ ຫວຽດນາມ ເທົ່ານັ້ນ ແລະຕ້ອງຮັບປະກັນບັນດາວິທີການແຍກຕົວ ກໍຄື ຂໍ້ກຳນົດກ່ຽວກັບສາທາລະນະສຸກ.

        ປັດຈຸບັນ, ຫວຽດນາມ ໄດ້ຕົກລົງຢຸດຕິຊົ່ວຄາວ ແລະ ຈຳກັດການເຂົ້າເມືອງສຳລັບຄົນຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເພື່ອສຸມໃສ່ຜັນຂະຫຍາຍ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດພາຍໃນປະເທດ.

        ກ່ຽວຂ້ອງເຖິງສະພາບການພົນລະເມືອງ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນເດຍ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອິນເດຍ ໄດ້ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບພາຍໃນປະເທດ ກໍຄື ຂອງປະເທດປະຈຳຖິ່ນຢ່າງແໜ້ນແຟ້ນ ແລະ ໄດ້ມີການໜູນຊ່ວຍຕ່າງໆໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ອິນເດຍ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ