ຢຸດ​ຕິຊົ່ວ​ຄາວ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ ຈົນຮອດ​ວັນ 30 ເມ​ສາ 2020

(VOVWORLD) -ປັດຈຸບັນ, ຫວຽດນາມມີແຮງງານ 560 ພັນຄົນເຊິ່ງພວມເຮັດວຽກຢູ່ຕ່າງປະເທດ, ເຕົ້າໂຮມຢູ່ບັນດາຕະຫຼາດຄື: ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ສ.ເກົາລີ… ມາຮອດມືນີ້ (ວັນທີ 5 ເມສາ), ຍັງບໍ່ທັນມີຂໍ້
ຢຸດ​ຕິຊົ່ວ​ຄາວ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ ຈົນຮອດ​ວັນ 30 ເມ​ສາ 2020 - ảnh 1ພາບປະກອບ 

ໂດຍປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫາກໍ່ມີໂທລະເລກທາງການສົ່ງໄປຍັງບັນດາຫົວຫນ່ວຍຂຶ້ນກັບກະຊວງ, ບັນດາພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນໄລຍະສຳຄັນນີ້. ໃນນັ້ນ, ກະຊວງໄດ້ຮຽກຮ້ອງໃຫ້ກົມຄຸ້ມຄອງແຮງງານຕ່າງປະເທດ ຊີ້ນຳບັນດາວິສາຫະກິດ ຢຸດຕິຊົ່ວຄາວການຈັດຕັ້ງສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຈົນຮອດວັນທີ 30 ເມສາ 2020

ຕອບກັບ

ຂ່າວ/ບົດ​ອື່ນ