ຢຸດຕິທຸກຖ້ຽວບິນຈາກເຂດຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ມາຍັງ ຫວຽດນາມ

(VOVWORLD) -  2 ມື້ມານີ້, ຈຳນວນແຂກທ່ອງທ່ຽວຈາກ ດ່າໜັງ ໄປຍັງບັນດາແຂວງ, ນະຄອນຂອງ ຈີນ ກໍ່ຫລຸດລົງ, ຫລາຍຖ້ຽວບິນບໍ່ມີແຂກ.

ກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ ຫາກໍ່ຮຽກຮ້ອງໃຫ້ກົມການບິນ ຫວຽດນາມ ຢຸດຕິຊົ່ວຄາວການອະນຸຍາດໃຫ້ບັນດາຖ້ຽວບິນຈາກ ຫວຽດນາມ ໄປຍັງເຂດທີ່ມີເຊື້ອພະຍາດຈຸລະໂລກສາຍພັນໃໝ່ຂອງ ຈີນ ແລະ ຢຸດຕິບັນດາຖ້ຽວບິນທັງໝົດຈາກເຂດມີເຊື້ອພະຍາດມາຍັງ ຫວຽດນາມ. ທ່ານ ເລແທັງຕຸ່ງ, ຜູ້ອຳນວຍການສະໜາມບິນສາກົນ ດ່າໜັງ ໃຫ້ຮູ້ວ່າ:

        “ກົມການບິນໄດ້ຊີ້ນຳບັນດາບໍລິສັດການບິນເຄື່ອນໄຫວເປັນປົກກະຕິ, ແຕ່ຢູ່ບັນດາເຂດທີ່ພວມມີເຊື້ອພະຍາດຈຸລະໂລກສາຍພັນໃໝ່ເກີດຂຶ້ນນັ້ນ ກະຊວງການຕ່າງປະເທດຈະບໍ່ອອກວີຊາ ແລະ ບໍ່ອະນຸຍາດໃຫ້ Tour ໄປຍັງເຂດນັ້ນແລ້ວ. ປັດຈຸບັນ, ມີບາງບໍລິສັດການບິນຂອງ ຈີນ ກໍ່ໄດ້ຢຸດຕິບັນດາຖ້ຽວບິນມາ ດ່າໜັງ ນັບແຕ່ວັນທີ 1 ກຸມພາ.

        2 ມື້ມານີ້, ຈຳນວນແຂກທ່ອງທ່ຽວຈາກ ດ່າໜັງ ໄປຍັງບັນດາແຂວງ, ນະຄອນຂອງ ຈີນ ກໍ່ຫລຸດລົງ, ຫລາຍຖ້ຽວບິນບໍ່ມີແຂກ.

ຕອບກັບ

ຂ່າວ/ບົດ​ອື່ນ