ຢືນຢັນຄວາມຮັບຮູ້ລວມກ່ຽວກັບວິໄສທັດຂອງການພົວພັນ ຫວຽດນາມ - ຝລັ່ງ

(VOVWORLD) - ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄປຍັງ ຝລັ່ງ ນັບແຕ່ເມື່ອ 2 ປະເທດຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກ່ອນນີ້ 10 ປີເຕັມ.
ຢືນຢັນຄວາມຮັບຮູ້ລວມກ່ຽວກັບວິໄສທັດຂອງການພົວພັນ ຫວຽດນາມ - ຝລັ່ງ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານທັງ
(ພາບ: TTXVN)

ແຕ່ວັນທີ 05-08 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ຈະເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີສະພາຈັດຕັ້ງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ຢ້ຽມຢາມປະເທດ ຝລັ່ງ ຢ່າງເປັນທາງການ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານທັງ ແລ້ວ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄປຍັງ ຝລັ່ງ ນັບແຕ່ເມື່ອ 2 ປະເທດຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດກ່ອນນີ້ 10 ປີເຕັມ. ນີ້ກໍ່ແມ່ນໂອກາດເພື່ອຢືນຢັນຄວາມຮັບຮູ້ລວມ ກໍຄືຄວາມຕັດສິນໃຈຊຸກຍູ້ບັນດາຄູ່ຮ່ວມມື 2 ຝ່າຍຍົກອອກການພົວພັນຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງ, ແໜ້ນແຟ້ນກວ່າ ແລະ ໂດຍສະເພາະແມ່ນຕອບສະໜອງຄວາມຮຽກຮ້ອງຂອງທັງ 2 ປະເທດໃນສະພາບການໃໝ່.

ກອງປະຊຸມ OECD ຂັ້ນລັດຖະມົນຕີ 2023 ແມ່ນກອງປະຊຸມ MCM ທຳອິດ ທີ່ຫວຽດນາມ ເຂົ້າຮ່ວມຢູ່ຂັ້ນລັດຖະມົນຕີ ແລະ ຈະມີບັນດາການປະກອບສ່ວນຢ່າງແທດຈິງເຂົ້າໃນຫົວຂໍ້ຕົ້ນຕໍຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ