ຢູ່ນອກກອງປະຊຸມສຸດຍອດ ລັດເຊຍ-ອາເມລິກາ: ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດດ້ວຍຄວາມລະມັດລະວັງ

(VOVWORLD) - ໃນສະພາບການຕົວຈິງ, ການພົບປະຄັ້ງນີ້ໄດ້ຮັບການຈັດຕັ້ງຂຶ້ນນັ້ນກໍ່ແມ່ນ “ໄຊຊະນະ” ສຳລັບ ວັງ Kremlin ພາຍຫຼັງທີ່ວໍຊິງຕັນ ສືບຕໍ່ເລື່ອນແຜນການພົບປະ 2 ຝ່າຍ

ວັນທີ 16 ກໍລະກົດ,ທ່ານປານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ມີການພົບປະຢູ່ປະເທດ ແຟງລັງ ທີ່ກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງການນຳ 2 ທ່ານນີ້ໃນສະພາບການທີ່ການພົວພັນ 2 ຝ່າຍພວມຕົກເຂົ້າສູ່ສະພາບຕ່ຳສຸດນັບແຕ່ສົງຄາມເຢັນເປັນຕົ້ນມາ.

        ນັກໄຈ້ແຍກ Andrei Baklitsky ຖືວ່າ: ໃນສະພາບການຕົວຈິງ, ການພົບປະຄັ້ງນີ້ໄດ້ຮັບການຈັດຕັ້ງຂຶ້ນນັ້ນກໍ່ແມ່ນ “ໄຊຊະນະ” ສຳລັບ ວັງ Kremlin ພາຍຫຼັງທີ່ວໍຊິງຕັນ ສືບຕໍ່ເລື່ອນແຜນການພົບປະ 2 ຝ່າຍໃນຂະນະທີ່ ມົດສະກູ ຍາມໃດກໍ່ຊອກຫາໂອກາດ ເພື່ອໃຫ້ການນຳ 2 ທ່ານສາມາດປຶກສາຫາລືກ່ຽວກັບສະພາບການຂອງໂລກກໍ່ຄືການພົວພັນ 2 ຝ່າຍ.

        ໃນຂະນະນັ້ນ, ໃນໄຈ້ແຍກ Alexei Malashenko ຖືວ່າ: ສຳລັບທ່ານປະທານາທິບໍດີ Putin ແລ້ວ, ການພົບປະນີ້ໄດ້ “ຍອມຮັບແບບບໍ່ເປີດເຜີຍວ່າ ລັດເຊຍ ແມ່ນປະເທດມະຫາອຳນາດ”. ຜູ້ນຳວັງ Kremlin ອາດສາມາດເກ້ຍກອມຜູ້ນຳທຳນຽບຂາວ ຢ່າງມີໄຫວພິບກ່ວາໃນບັນຫາຊີຣີ ດ້ວຍຄວາມຫວັງວ່າ ວໍຊິງຕັນ ຈະຈຳກັດບັນດາການເຄື່ອນໄຫວຂອງປະເທດນີ້ຢູ່ຕາເວັນອອກກາງ. ສ່ວນ ອາເມລິກາ  ກໍ່ຈະຍົກອອກຄຳຮຽກຮ້ອງນຳບັນດາກຳລັງ ອີຣານ ອອກຈາກ ຊີຣີ, ແຕ່ເຖິງຢ່າງໃດກໍ່ຕາມ ນີ້ອາດຈະບໍ່ແມ່ນແນວຄວາມຄິດທີ່ທ່ານ Putin ພ້ອມແລ້ວຈະເຫັນດີພິຈາລະນາເຖິງການພົວພັນ ລັດເຊຍ - ອີຣານ ໃນຈຸດເວລານີ້.

        ຈາກ ອາເມລິກາ, ທ່ານ Alina Polyakova, ນັກຊ່ຽວຊານດ້ານນະໂຍບາຍການຕ່າງປະເທດ ຂອງສະຖາບັນຄົ້ນຄ້ວາ Brookings ຢູ່ ວໍຊິງຕັນ ຖືວ່າ ທ່ານ Trump ຖືກອງປະຊຸມຄັ້ງນີ້ແມ່ນກາລະໂອກາດເພື່ອປັບປຸງພາບພົດພາຍໃນປະເທດ, ເພື່ອພິສູດໃຫ້ເຫັນວ່າ ທ່ານພວມຍົກການພົວພັນກັບ ມົດສກູ ກ້າວເດີນຢ່າງຖືກທິດ ແລະ ເລື່ອງເຊື່ອມຕໍ່ລະຫວ່າງການນຳ 2 ທ່ານແມ່ນພະຍານຫຼັກຖານສະແດງໃຫ້ເຫັນວ່າ ລັດເຊຍ ບໍ່ແມ່ນ “ໄພນາບຂູ່” ຕໍ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ