​ຢີ​ປຸ່ນ​ສະ​ໜອງ​ບ້ວງ​ກູ້​ຢືມODA11ຕື້​ເຢນ​ໃຫ້​ຫວຽດ​ນາມ

​ຢີ​ປຸ່ນ​ສະ​ໜອງ​ບ້ວງ​ກູ້​ຢືມODA11ຕື້​ເຢນ​ໃຫ້​ຫວຽດ​ນາມ - ảnh 1
ທ່ານ ຫງວຽນ​ວັນ​ຈຸງ ແລະ ທ່ານ Hiroshi Fukada 
(ພາບ: TTXVN)

(vovworld)- ຕອນ​ບ່າຍ ວັນ​ທີ 6/9, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ວັນ​ຈຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ທ່ານ Hiroshi Fukada ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ​ຢີ​ປຸ່ນ ປະ​ຈຳ ຫວຽດ​ນາມ ໄດ້​ເຊັນ​ຈົດ​ໝາຍ​ແລ​ກ​ປ່ຽນ​ກ່ຽວ​ກັບ​ລັດ​ຖະ​ບານ​ຢີ​ປຸ່ນ ສະ​ໜອງ​ບ້ວງ​ເງິນ​ກູ້ ODA ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ສົກ​ປີ​ງົບ​ປະ​ມານ 2016 ດ້ວຍ​ມູນ​ຄ່າ 11 ຕື້​ເຢນ, ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ-ສັງ​ຄົມ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ກ່າວ​ຄວາມ​ເຫັນ ທີ່​ພິ​ທີ​ເຊັນ​ສັນ​ຍາ, ທ່ານ ຫງວຽ​ນ​ວັນ​ຈຸງ ຮອງ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ຢີ​ປຸ່ນເປັນ​ນັກ​ອຸ​ປະ​ຖຳ ODA ສອງ​ຝ່າຍ ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ລັດ​ຖະ​ບານ​ຫວຽດ​ນາມ ກໍ່​ຄື​ບັນ​ດາ​ທ້ອງ​ຖິ່ນ, ຫົວ​ໜ່ວຍ​ທີ່​ນຳ​ໃຊ້​ແຫຼ່ງ​ທຶນ ODA ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ນຳ​ໃຊ້​ບ້ວງ​ເງິນ​ກູ້​ຢື​ມ ໃຫ້​ຖືກ​ຕາມ​ເປົ້າ​ໝາຍ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ​ທີ່ສຸດ, ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ ແລະ ປະ​ກອບ​ສ່ວນ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເສດ​ຖະ​ກິດ ຫວຽດ​ນາມ-​ຢີ​ປຸ່ນ ເລິກ​ເຊິ່ງ​ຕື່ມ​ອີກ.

        ດ້ວຍ​ເງິນ​ກູ້​ຢືມ​ຈຳ​ນວນ 11 ຕື້​ເຢນ (ປະ​ມານ 106 ລ້ານ USD) ຜ່ານ​ຈົດ​ໝາຍ​ແລ​ກ​ປ່ຽນ​ທີ່​ໄດ້​ເຊັນ​ສັນ​ຍາ ໃນ​ວັນ​ທີ 7/9/2016 ຢ່າງ​ເປັນ​ທາງ​ການ, ຄຳ​ໝັ້ນ​ສັນ​ຍາ ODA (ລວມ​ມີ​ທຶນ​ຊ່ວຍ​ເຫຼືອ​ລ້າ ແລະ ODA ໃຫ້​ກູ້​ຢືມ) ຂອງ ລັດ​ຖະ​ບານ​ຢີ​ປຸ່ນ ສະ​ຫງວນ​ໃຫ້​ຫວຽດນາມ ນັບ​ແຕ່​ປີ 1992 ເຖິງ​ປັດ​ຈຸ​ບັນ ບັນ​ລຸ​ປະ​ມານ 2.800 ຕື້​ເຢນ.

ຂ່າວ/ບົດ​ອື່ນ