ຢີ່ປຸ່ນໜູນຊ່ວຍ2,5ລ້ານUSDໃຫ້ແກ່ປະຊາຊົນຫວຽດນາມຢູ່ເຂດປະສົບໄພທຳມະຊາດ

ຢີ່ປຸ່ນໜູນຊ່ວຍ2,5ລ້ານUSDໃຫ້ແກ່ປະຊາຊົນຫວຽດນາມຢູ່ເຂດປະສົບໄພທຳມະຊາດ - ảnh 1
(ພາບ​ປະ​ກອບ)

(vovworld) – ​ ລັດ​ຖະ​ບານຢີ່​ປຸ່ນ ຫາກໍ່​ຕົກ​ລົງ​ມອບ​ເງິນ​ອຸດ​ໜູນ 2,5 ລ້ານUSD ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ສຸກ​ເສີນ ຂອງກອງ​ທຶນ​ສະ​ຫະ​ປະ​ຊາ​ຊາດເພື່ອ​ເດັກ​ນ້ອຍ (UNICEF)  ແນ​ໃສ່​ຮັບມື​ກັບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ​ເຂົ້າ ຢູ​່ຫວຽດ​ນາມ. ບ້ວງ​ເງິນ​ໜູນ​ຊ່ວຍ ແນ​ໃສ່​ຫຼຸດ​ຜ່ອນ​ສະ​ພາບຂາດ​ໂພ​ສະ​ນາ​, ເພ​ີ່​ມທະ​ວີການ​​ສະ​ໜອງນ້ຳ ແລະ ປັບ​ປຸງ​ຄຸນ​ນະ​ພາບ​ນ້ຳ ໃຫ້​ປະ​ຊາ​ຊົນ ຢູ​່ບັນ​ດາ​ເຂດ​ທີ່ຖືກ​ຜົນ​ສະ​ທ້ອນ​ໜັກ​ໜ່ວ​ງ​ທີ່​ສຸດ. ຄາດ​ຄະ​ເນວ່າ​ມີ​ປະ​ຊາ​ຊົນ 150.000 ຄົນ ຈະໄດ້​​ຊົ​ມໃຊ້​​ປະ​ໂຫຍດ ຈາກ​ບັນ​ດາໂຄງ​ການ ກ່ຽວ​ກັບ​ນ້ຳ​ສະ​ອາດ ແລະ ມີຜູ້​ຍິງຖື​ພາ ປະ​ມານ 120.000 ຄົນ ແລະ ເດັກ​ນ້ອຍ 7.000 ຄົນ ຈະ​ໄດ້​ຊົມໃຊ້ປະ​ໂຫຍດ ​ຈາກ​ການ​​ເຄື່ອນ​ໄຫວ​ໜູນຊ່ວຍ​ ກ່ຽວ​ກັບ​ໂພ​ສະ​ນາ​ການ. ທ່ານ Youssouf Abdel-Jelil, ຕາງ​ໜ້າ UNICEF ຫວຽດ​ນາມ ຖື​ວ່າ: ການ​ປະ​ກອບ​ສ່ວນ ​ຂອງ​ຢີ​່ປຸ່ນ ມີ​ຄວາມ​ໝາຍ​ສຳ​ຄັນ ຊ່ວຍ UNICEF ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ ເພື່ອ​ກູ້​ເອົາ​ຊີ​ວິດ ບັນ​ດາ​ຄົນ​ທີ່​ຖື​ຜົນ​ສະ​ທ້ອນ​​ຢ່າງໜັກ​ໜ່ວງ​ທີ່​ສຸດ ​ຈາກການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ. ຄຽງ​ຄູ່​ກັບ​ການ​ກູ້​ຊ່ວຍ​ຢ່າງ​ຮີບ​ດ່ວນ, ການ​​ໜູນ​ຊ່ວຍ ຂອງ​ຢີ​່ປຸ່ນ ກໍ່​ຈະ​ຊ່ວຍເພີ່ມ​ທະ​ວີ ​​ການ​ຟື້ນ​ຊີບ ​ຜ່ານ​ການ​ຍົກ​ສູງຄວາມ​ສາ​ມາດ ຂອງ​ບັນ​ດາ​ອົງ​ການ, ​ອົງ​ການຈັດ​ຕັ້ງ​ແນ​ໃສ່ ຮັບ​ປະ​ກັນ​ໃຫ້​ບັນ​ດາ​ລະ​ບົບ​ການ​ກູ້​ຊ່ວຍ​​ດ່ວນ ຈະຄົງ​​ຕົວ​ຢ່າງ​ໝັນ​ຄົງ ແລະ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໃນ​ບັນ​ດາ​ກໍ​ລະ​ນີ​ຮີບ​ດ່ວນ ແລະ ຊ່ວຍ​ປັ​ບ​ປຸງ​ການ​ພົວ​ພັນ ລະ​ຫວ່າງ ບັນ​ດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ