ຢື້ຢາມຖາມຂ່າວ,ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ,ຄອບຄົວເປົ້າໝາຍນະໂຍບາຍເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປິມະແມ

ຢື້ຢາມຖາມຂ່າວ,ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ,ຄອບຄົວເປົ້າໝາຍນະໂຍບາຍເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປິມະແມ - ảnh 1
ພາ​ບ​ປະ​ກອບ

(vovworld) – ​ ​​​​ໂດຍ​ກະ​ກຽມ​ໃຫ້​​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ແມ 2015, ຫຼາຍ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຢື້​ຢາມ​ຖາມ​ຂ່າວ, ເບິ່ງ​ແຍງ​ດູ​ແລ, ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ຜູ້​ເຖົ້​າ​​ຢູ່ໂດດ​ດ່ຽວ, ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ… ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. ແຂ​ວງ ບັກ​ຢາງ ໄດ້​ຫັກ​ງົບ​ປະ​ມານ​ເກືອບ 12 ຕື້​ດົ່ງ​ເພື່ອ​ເປັ​ນ​ຂອງ​ຂວັນມອບ​ໃຫ້​ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ບາງ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ສັງ​ຄົມ​ໃນ​ບໍ​ລິ​ເວນ​ແຂວງ. ຢູ່​ແຂວງ ກວາງ​ຫງາຍ, ບໍ​ລິ​ສັດ Doosan Vina ແລະ ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາ​ໄລ Chung – Ang (ສ.ເກົາ​ຫຼີ) ໄດ້​ມອບ​​ອຸ​ປະ​ກອນການ​ແພດ​ໃຫ້ ໂຮງ​ໝໍຫຼາຍ​ຂະ​ແໜງ​ເມືອງ ບີ່ງ​ເຊີນ. ຢູ່​ນະ​ຄອນ ເກີນ​ເທີ,  ໄດ້​​ສະ​ຫງວນ​ຈຳ​ນວນ​ເງິນ 3,5 ຕື້​ດົ່ງ​ເພື່ອ​ຢ້ຽມ​ຢ​າມ, ມ​ອບ​ເປັນ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ຜູ້​ເຖົ້າ​ຢູ່​ໂດດ​​ດ່ຽວ… ແຕ່​ລະ​ພູດ​ມີ​ມູນ​ຄ່າ​ກ່​ວາ 300.000 ດົ່ງ. ແຂວງ ເຮົ້າ​ຢາງ ສະ​ຫງວນ​​ເງິນ 20 ຕື້​ດົ່ງ​ເປັນຂອງ​ຂວັນ​ມອບ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທ​ຸກ​ຍາກ ແລະ ບັນ​ດາ​ເປົ້າ​ໝາຍ​ອຸ​ປະ​ກະ​ລະ​ສັງ​ຄົມ, ແຕ່​ລະ​ພູດ​ມີ​ມູນ​ຄ່າ​ປະ​ມານ 300.000 ດົ່ງ.


ຂ່າວ/ບົດ​ອື່ນ