ຢູ່ຫວຽດນາມ ບໍ່ມີອັນເອີ້ນວ່າ “ນັກໂທດມະໂນທຳ“

ຢູ່ຫວຽດນາມ ບໍ່ມີອັນເອີ້ນວ່າ “ນັກໂທດມະໂນທຳ“ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ເລຫາຍບີ່ງ
(ພາບປະກອບ)

(vovworld) - ວັນທີ 20/2, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ຕົ້ນ​ອາທິດ​ນີ້, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ອອກ​ແຈ້ງ​ຂ່າວ​ທີ່​ກ່ຽວຂ້ອງ​ເຖິງ​ຄຳ​ຕັດສິນ​ຂອງ​ສານ​ສຳລັບ ​ເລກ​ວົກກວນ, ຜູ້​ທີ່​ຫາ​ກໍ່​ຖືກ​ສານ​​ຊັ້ນ​ຕົ້ນ​ຮ່າ​ໂນ້ຍ ຕັດສິນ​ຈຳ​ຄຸກ 30 ​ເດືອນ ​ແລະ ປັບ​ໄໝ​ເງິນ 1,2 ຕື້​ດົ່ງ, ຍ້ອນໂທດ​ໜີ​ພາສີ​. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ຊີ້​ແຈ້ງວ່າ:

        “ພວກ​ຂ້າພະ​ເຈົ້າ​ຖື​ວ່າ, ຄຳ​ເຫັນ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ແມ່ນ​ບໍ່​ເໝາະ​ສົມ, ​ແຊກ​ແຊງເຂົ້າວຽກງານພາຍໃນຂອງ ຫວຽດນາມ. ຢູ່​ຫວຽດນາມ ບໍ່​ມີ​ອັນ​ເອີ້ນ​ວ່າ “ນັກ​ໂທດ​ມະ​ໂນ​ທຳ“. ຜູ້​ລະ​ເມີດ​ກົດໝາຍ​ທຸກ​ຄົນ​ລ້ວນ​ແຕ່​ຖືກ​ພິພາກສາ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ “.

        ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ອາ​ເມ​ລິ​ກາ ຫາ​ກໍ່​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ​ກະ​ສີ​ກຳ 2014, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ລາຍການ​ຕິດຕາມ​ກວດກາ​ປາ​ໜັງ ​ແລະ ກຳນົດ​ການ​ຜະລິດ, ການຫີບ​ຫໍ່ ​ແລະ ການ​ຜະລິດ​ເທົ່າ​ທຽມ​ກັບ​ສິນຄ້າ​ທີ່​ຜະລິດ​ຢູ່​ອາ​ເມ​ລິ​ກາ. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ຊີ້​ແຈ້ງວ່າ:

​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ​ ຍາມ​ໃດ​ກໍ່​ກວດກາ​ຂະ​ແໜງປູກ ​ແລະ ຜະລິດ​ສິນ​ໃນ​ນຳ້​ຢ່າງ​ແໜ້ນ​ແຟ້ນ, ນຳ​ໃຊ້​ບັນດາ​ມາດຕະຖານ​ສູງ​ສຸດ​ຂອງ​ໂລກ, ​ໃນ​ນັ້ນ​ມີ​ມາດຕະຖານ BAP ຂອງ​ອາ​ເມ​ລິ​ກາ, ອັນ​ໄດ້ຮັບປະກັນ​ເງື່ອນ​ໄຂ​ອະນາ​ໄມ, ຄວາມ​ປອດ​ໄພ​ທັນ​ຍາ​ຫານ ກໍ່​ຄື​ປົກ​ປັກ​ຮັກສາ​ຊີວະ​ພາບ, ຜະລິດ​ຕະພັນ​ປາ​ໜັງ​ຂອງ​ຫວຽດນາມ​ ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ ບໍລິ​ໂພ​ກ, ອຸປະ​ໂພ​ກ​ຢູ່​ໃນ​ໂລກ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ, ບັນດາ​ມາດ​ຕະການ​ໃໝ່​ໃນ​ລາຍການ​ຕິດຕາມ​ກວດກາ​ປາ​ໜັງ​ໃນ​ກົດໝາຍ​ວ່າ​ດ້ວຍ​ກະ​ສີ​ກຳ 2014 ຕ້ອງ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສາຍາ​ສາກົນ​ຂອງ​ອາ​ເມ​ລິ​ກາ, ບໍ່​ໄດ້​ສ້າງ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ“.

 


ຂ່າວ/ບົດ​ອື່ນ