ຢາ Remdesivir ປິ່ນປົວພະຍາດໂຄວິດ-19 ຈຳນວນ 1 ລ້ານກວດ ເລີ່ມສົ່ງມາຫວຽດນາມ

(VOVWORLD) -ຢາປິ່ນປົວພະຍາດໂຄວິດ-19 Remdesivir ຈຳນວນ 50.000 ກວດ ທຳທິດທີ່ສົ່ງຈາກ ອິນເດຍ ໄດ້ມາຮອດນະຄອນ ໂຮ່ຈີມິນ
ຢາ Remdesivir ປິ່ນປົວພະຍາດໂຄວິດ-19 ຈຳນວນ 1 ລ້ານກວດ ເລີ່ມສົ່ງມາຫວຽດນາມ - ảnh 1ຢາປິ່ນປົວພະຍາດໂຄວິດ-19 Remdesivir
(ພາບປະກອບ: suckhoedoisong.vn)

ຕອນຄ່ຳວັນທີ 05 ສິງຫາ, ຢາປິ່ນປົວພະຍາດໂຄວິດ-19 Remdesivir ຈຳນວນ 50.000 ກວດ ທຳທິດທີ່ສົ່ງຈາກ ອິນເດຍ ໄດ້ມາຮອດນະຄອນ ໂຮ່ຈີມິນ ແລ້ວ. ນີ້ແມ່ນຈຳນວນຢາ Remdesivir ທຳອິດໃນຈຳນວນຢາ 1 ລ້ານກວດ ເຊິ່ງ “ກຸ່ມປະຕິກິລິກາໄວກ່ຽວກັບຢາ ແລະ ວັກຊິນ” ຂຶ້ນກັບສະຖານທູດຫວຽດນາມ ປະຈຳອິນເດຍ ເຈລະຈາກັບບັນດາບໍລິສັດການຢາໃຫຍ່ຂອງ ອິນເດຍ ໃນຊຸມມື້ຜ່ານມາ. ໃນຈຳນວນ 1 ລ້ານກວດເຊິ່ງ ອິນເດຍ ສະໜອງໃຫ້ແກ່ ຫວຽດນາມ ໃນຮອບເວລາ 30 ວັນນັ້ນ, ມີຢາ 500.000 ກວດໂດຍບໍລິສັດໃຫຍ່ຢູ່ຫວຽດນາມ ຈ່າຍເງິນເພື່ອມອບໃຫ້ກະຊວງສາທາລະນະສຸກ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ, ຈຳນວນຢາ Remdesivir ດັ່ງກ່າວຈະຈັດແບ່ງໃຫ້ນະຄອນໂຮ່ຈີມີນ ແລະ ບັນດາແຂວງພວມເກີດໂລກລະບາດໂຄວິດ-19, ລວມທັງ ຮ່າໂນ້ຍ.

        Remdesivir ແມ່ນຢາຕ້ານໄວຣັດ ເຊິ່ງອົງການການຄຸ້ມຄອງທັນຍາຫານ ແລະ ການຢາອາເມລິກາ (FDA) ອະນຸມັດຜ່ານນັບແຕ່ທ້າຍເດືອນ ຕຸລາ 2020 ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19. ປະຈຸບັນມີ 50 ປະເທດລວມມີບັນດາປະເທດ ອີຢູ, ອາເມລິກາ, ອົດສະຕາລີ, ສິງກະໂປ… ພວມນຳໃຊ້ຢາດັ່ງກ່າວໃນແຜນການປິ່ນປົວພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ