ຢາກເສີມຂະຫຍາຍປະຊາທິປະໄຕຕ້ອງປະຕິບັດການຕິດຕາມກວດກາແລະໄຈ້ແຍກຕີລາຄາສັງຄົມເປັນຢ່າງດີ

ຢາກເສີມຂະຫຍາຍປະຊາທິປະໄຕຕ້ອງປະຕິບັດການຕິດຕາມກວດກາແລະໄຈ້ແຍກຕີລາຄາສັງຄົມເປັນຢ່າງດີ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ
(ພາບປະກອບ)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 26/10, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ, ສະ​ພາ​ມະຫາບັນດິດ​ວິທະຍາ​ສາດ ສັງຄົມ​ຫວຽດນາມ, ສະພາ​ມະຫາບັນດິດ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ແລະ ອົງການ​ກວດກາ​ນລັດຖະບານ ​ໄດ້​ຈັດ​ການໂອ້ລົມ​ສົນທະນາ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກດ້ວຍ​ຫົວ​ຂໍ​້ວ່າ “​ເສີມ​ຂະຫຍາຍ​ປະຊາ​ທິປະ​ໄຕ​ໃນ​ສະ​ໄໝ​ອີນ​​ເຕີ​ແນັດ; ຕິດ​ຕາມກວດກາ​ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ; ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ”. ທີ​່ການ​ໂອ້​ລົ​ມສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ ຢາກ​​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ບັນຫາ​ສຳຄັນ​ທີ່ສຸດ​ແມ່ນ​ຕ້ອງ​ປະຕິບັດ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ ​ແລະ ໄຈ້ແຍກ​ຕີ​ລາຄາ​ສັງຄົມຢ່າງ​ເຂັ້ມ​ງວດ. ການ​ເຄື່ອນ​ໄຫວ​ຕິດຕາມກວດກາ ​ແລະ ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ​ແມ່ນ​ມາດ​ຕະການ​ຕໍ່ສູ້, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ສາດສະດາຈານ, ດ.ຣ ​ໂຮ່ສິກຸຍ, ອະ​ດີດ​ຫົວໜ້າ​ສະ​ຖາ​ບັນ​ຖະ​ແຫຼ​ງຂ່າວ​ວິທະຍາສາດ​ສັງຄົມ ຖື​ວ່າ.

      “ປະຊາທິປະ​ໄຕ ​ແລະ ລັດ​​ແຫ່ງ​ອຳນາດ​ຕິຕິ​ບັນ​ຍັດ​ໄປ​ຄຽງ​ຄູ່​ນຳ​ກັນ. ປະຊາຊົນ​ມີ​ຄວາມ​ຮັບຜິດຊອບໄຈ້​ແຍກ​ຕີ​ລາຄາ​ນະ​ໂຍບາຍ, ກົດໝາຍ, ນັບ​ທັງ​ການກໍ່ສ້າງ​ພັກ. ປະຊາທິປະ​ໄຕ​ບໍ່​ພຽງ​ແຕ່​ຢູ່ນອກ​ຂົງ​ເຂດ​ສັງຄົມ​ເທົ່າ​ນັ້ນ, ຫາກ​ຍັງຢູ່​ໃນ​ວຽກ​ງານ​ຂອງ​ພັກ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຊີ​ວິດ​ຂອງ​ພັກ​ອີກ​ດ້ວຍ”.

  ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ຖື​ວ່າ, ດ້ວຍ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ອີນ​ເຕີ​ແນັດ, ປະ​ຊາ​ທິປະ​ໄຕ​ນັບ​ມື້​ນັບ​​​ມີ​ເງື່ອນ​ໄຂ​ເພື່ອ​ພັດທະນາ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ຢືນຢັນ​ວ່າ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແມ່ນ​ຕ້ອງ​ເວົ້າ​ຖືກ, ຂຽນ​ຖືກ, ຈາກ​ນັ້ນ​ຈຶ່ງມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ປະຊາຊົນ. ດ້ານ​ອື່ນ, ຕ້ອງ​ຮັບ​ຟັງ​ຄຳ​ເວົ້າ​ຂອງປະຊາຊົນ​ເວົ້າ ​ເພື່ອ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ