ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດໃນເຫດຍິງປືນຢູ່ຮ້ານຊັບພະສິນຄ້າ ນິວຢອກ, ອາເມລິກາ

(VOVWORLD) -ນີ້ໄດ້ຮັບຖືວ່າ ແມ່ນເຫດໃຊ້ຄວາມຮຸ້ນແຮງກ່ຽວຂ້ອງເຖິງການຈຳແນກເຊື້ອຊາດຜິວພັນ.

ມີມືປືນຜູ້ໜຶ່ງໄດ້ຍິງປືນຢູ່ຮ້ານຊັບພະສິນຄ້າ ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດຢູ່ເທດສະບານເມືອງ Buffalo ຂຶ້ນກັບລັດ ນິວຢອກ, ປະເທດ ອາເມລິກາ ໃນວັນທີ 14 ພຶດສະພາ. ມີ 4 ໃນຈຳນວນຜູ້ຖືກເຄາະຮ້າຍແມ່ນພາລະກອນຂອງຮ້ານຊັບພະສິນຄ້າ, ຈຳນວນຍັງເຫຼືອແມ່ນລູກຄ້າ. ນີ້ໄດ້ຮັບຖືວ່າ ແມ່ນເຫດໃຊ້ຄວາມຮຸ້ນແຮງກ່ຽວຂ້ອງເຖິງການຈຳແນກເຊື້ອຊາດຜິວພັນ. ມີຜູ້ປະສົບເຄາະຮ້າຍ 11 ຄົນແມ່ນຊາວຜິວດຳ ແລະ 2 ຄົນຜິວຂາວ. ເຫດບຸກໂຈມຕີໄດ້ປະຕິບັດຢູ່ເຂດຊຸມຊົນຂອງຊາວຜິວດຳ. ຕົວການແມ່ນ Payton Gendron ແລະ ພວມຖືກກົມສືບສ່ວນລະຫວ່າງສະຫະລັດ (FBI).

ຕອບກັບ

ຂ່າວ/ບົດ​ອື່ນ