ຢ່າງໜ້ອຍສຸດມີເຂົ້າເມືອງ 40 ຄົນເສຍຊີວິດໃນລົດຕູ້ຄອນເທນເນີຢູ່ ອາເມລິກາ

(VOVWORLD) -ຕາມແຫຼ່ງຂໍ້ມູນຫຼ້າສຸດຈາກກຳລັງດັບເພີງ San Antonio ແລ້ວ, ບໍ່ມີເດັກນ້ອຍໃນຈຳນວນຜູ້ເສຍຊີວິດ.
ຢ່າງໜ້ອຍສຸດມີເຂົ້າເມືອງ 40 ຄົນເສຍຊີວິດໃນລົດຕູ້ຄອນເທນເນີຢູ່ ອາເມລິກາ - ảnh 1ສະຖານທີ່ພົບເຫັນ
(ພາບ: AP)

ສື່ມວນຊົນທ້ອງຖິ່ນໃຫ້ຂ່າວວ່າ, ຕອນເຊົ້າວັນທີ 28 ມິຖຸນາ (ຕາມເວລາ ຫວຽດນາມ), ຢ່າງໜ້ອຍສຸດມີ 40 ຄົນໄດ້ພົບເຫັນໃນສະພາບຖືກເສຍຊີວິດແລ້ວໃນລົດຕູ້ຄອນເທນເນີຢູ່ San Antonio, ລັດ Texas, ອາເມລິກາ. ລົດຄັນນີ້ໄດ້ພົບເຫັນຢູ່ຂ້າງເສັ້ນທາງລົດໄຟຢູ່ເຂດບໍ່ມີຄົນໄປມາຫຼາຍຢູ່ທາງທິດໃຕ້ຊານນະຄອນ San Antonio.

        ຕາມແຫຼ່ງຂໍ້ມູນຫຼ້າສຸດຈາກກຳລັງດັບເພີງ San Antonio ແລ້ວ, ບໍ່ມີເດັກນ້ອຍໃນຈຳນວນຜູ້ເສຍຊີວິດ. 3 ຄົນຖືກຈັບຕົວຍ້ອນກ່ຽວຂ້ອງເຖິງເຫດການ. ໃນຈຳນວນ 16 ຄົນທີ່ລອດຕາຍ ແລະ ຖືກສົ່ງໄປໂຮງໝໍນັ້ນ, ມີຜູ້ໃຫຍ່ 12 ຄົນ, ເດັກນ້ອຍ 4 ຄົນ. ກຳລັງທີ່ມີໜ້າທີ່ບໍ່ພົບເຫັນນ້ຳໃນລົດຄັນນີ້, ຜູ້ຢູ່ໃນລົດອາດຈະຮ້ອນ, ສຸຂະພາບອ່ອນແຮງລົງ.  ໂດຍໄດ້ຮູ້ວ່າ, ອຸນຫະພູມຢູ່ San Antonio ແມ່ນຂຶ້ນເຖິງ 39,4 ອົງສາ C.

ຕອບກັບ

ຂ່າວ/ບົດ​ອື່ນ