ຢູ​ແກຼນ ຈັດ​ແບ່ງ​ເຄິ່ງ​ໜຶ່ງ​ງົບ​ປະ​ມານ​ຂອງ​ປີ 2024 ​ເພື່ອ​ຮັບ​ໃຊ້​ຂົງ​ເຂດ​ປ້ອງ​ກັນ​ຊາດ

(VOVWORLD) -  50% ງົບປະມານປີ 2024 ຂອງ ຢູແກຼນ ຈະໄດ້ເບີກຈ່າຍໃຫ້ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເຊິ່ງຕົກເປັນມູນຄ່າປະມານ ກວ່າ 45 ຕື້ USD.
ຢູ​ແກຼນ ຈັດ​ແບ່ງ​ເຄິ່ງ​ໜຶ່ງ​ງົບ​ປະ​ມານ​ຂອງ​ປີ 2024 ​ເພື່ອ​ຮັບ​ໃຊ້​ຂົງ​ເຂດ​ປ້ອງ​ກັນ​ຊາດ - ảnh 1ກອງປະຊຸມໜຶ່ງຂອງສະພາແຫ່ງຊາດ ຢູແກຼນ (ພາບ:  AFP/TTXVN)

ວັນທີ 9 ພະຈິກ, ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາງົບປະມານແຫ່ງລັດຂອງປີ 2024, ໃນນັ້ນ ມຸ່ງໄປເຖິງການເພີ່ມການໃຊ້ຈ່າຍໃນຂົງເຂດປ້ອງກັນຊາດ. ທ່ານນາຍົກລັດຖະມົນຕີ ຢູແກູນ, Denys Shmyhal ໃຫ້ຮູ້ວ່າ ໃນຂະນະທີ່ການປະທະກັນກັບ ລັດເຊຍ ພວມຕົກເຂົ້າສູ່ສະພາບຈົນຕາແຈ ແລະ ຍັງບໍ່ທັນມີສັນຍານຈະສິ້ນສຸດໄດ້ງ່າຍນັ້ນ, 50% ງົບປະມານປີ 2024 ຂອງ ຢູແກຼນ ຈະໄດ້ເບີກຈ່າຍໃຫ້ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເຊິ່ງຕົກເປັນມູນຄ່າປະມານ ກວ່າ 45 ຕື້ USD.

        ຕາມສະພາແຫ່ງຊາດ ຢູແກຼນ ແລ້ວ, ການໃຊ້ຈ່າຍງົບປະມານຂອງປະເທດນີ້ໃນປີ 2024 ແມ່ນເກືອບ 92 ຕື້ USD ໃນຂະນະທີ່ລາຍຮັບງົບປະມານຄາດວ່າບັນລຸພຽງປະມານ ກວ່າ 48 ຕື້ USD ເທົ່ານັ້ນ.  ໝາຍຄວາມວ່າ ຢູແກຼນ ຈະຂາດດຸນງົບປະມານຢູ່ໃນລະດັບເກືອບ 44 ຕື້ USD ແລະ ຈະຕ້ອງເພິ່ງພາການຊ່ວຍເຫຼືອຈາກບັນດາປະເທດພັນທະມິດຕາເວັນຕົກ ເພື່ອທົດແທນແກ່ບ້ວງເງິນທີ່ຍັງຂາດແຄນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ