ຢູ​ແກຼນ ຈະ ທົດ​ແທນໃຫ້​ແກ່​ຄອບ​ຄົວ​ຂອງ ຜູ້ປະ​ສົບ​ເຄາະ​ຮ້າຍໃນ​ເຫດ​ເຮືອ​ບິນ​ຕົກ​ຢູ່ ອີີ​ຣານ

(VOVWORLD) -ທ່ານ Volodumyr Zelenskiy ປະທານາທິບໍດີ ຢູແກຼນກໍ່ຢັ້ງຢືນວ່າ ຢູແກຼນ ແລະ ອີຣານໄດ້ເຫັນດີເປັນເອກະພາບຕໍ່ການເລີ່ມຕົ້ນວຽກງານແກ້ກັບດຳ ຂອງເຮືອບິນທີ່ຖືກຕົກໃນອາທິດນີ້.
ຢູ​ແກຼນ ຈະ ທົດ​ແທນໃຫ້​ແກ່​ຄອບ​ຄົວ​ຂອງ ຜູ້ປະ​ສົບ​ເຄາະ​ຮ້າຍໃນ​ເຫດ​ເຮືອ​ບິນ​ຕົກ​ຢູ່ ອີີ​ຣານ - ảnh 1ໜ່ວຍກູ້ໄພພວມເກັບສົບຂອງຜູ້ປະສົບເຄາະຮ້າຍໃນເຫດອຸບັດຕິເຫດ ເຮືອບິນຕົກ (ພາບ: THX/TTXVH) 

ວັນທີ 11 ມັງກອນ ທ່ານ Oleksiy Honcharuk ນາຍົກລັດຖະມົນຕີ ຢູແກຼນ ໄດ້ປະກາດວ່າ ປະເທດນີ້ຈະທົດແທນ ເງິນຈຳນວນ 8.350 USD ໃຫ້ແກ່ແຕ່ລະຄອບຄົວທີ່ມີຜູ້ເສຍຊີວິດໃນອຸບັດຕິເຫດເຮືອບິນຂອງບໍລິສັດການບິນສາກົນ ຢູແກຼນ (UIA) ທີ່ເກີດຂຶ້ນໃນວັນທີ 8 ມັງກອນທີ່ຜ່ານມາ. ນອກຈາກນັ້ນ, UIA ກໍ່ຈະທົດແທນໃຫ້ແກ່ຄອບຄົວຂອງ ບັນດາສະມາຊິກ ຈຸບິນຂອງຖ້ຽວ ບິນດັ່ງກ່າວ. ແລະກໍ່ໃນວັນດຽວກັນ, ທ່ານ Volodumyr Zelenskiy ປະທານາທິບໍດີ ຢູແກຼນກໍ່ຢັ້ງຢືນວ່າ ຢູແກຼນ ແລະ ອີຣານໄດ້ເຫັນດີເປັນເອກະພາບຕໍ່ການເລີ່ມຕົ້ນວຽກງານແກ້ກັບດຳ ຂອງເຮືອບິນທີ່ຖືກຕົກໃນອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ