ຢູແກຼນ ຈຳກັດການ ເຂົ້າເມືອງສຳລັບພົນລະເມືອງລັດເຊຍ

ຢູແກຼນ ຈຳກັດການ ເຂົ້າເມືອງສຳລັບພົນລະເມືອງລັດເຊຍ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 03/02, ລັດຖະບານ​ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ໃໝ່​ກ່ຽວ​ກັບ​ການ​ຫ້າມ​ເຂົ້າ​ເມືອງ​ສຳ​ລັບ​ພົນລະ​ເມືອງ​ລັດ​ເຊຍ ຕາມ​​ໃບ​ຜ່ານ​ແດນ​ພາຍ​ໃນ ​ແຕ່​ວັນ​ທີ 01/03/2015 ຈະ​ມາ​ເຖິງ, ​ແທນ​ທີ່​ນັ້ນ, ພົນລະ​ເມືອງ​ລັດ​ເຊຍ ຢາກ​ເຂົ້າ​ເມືອງ​ຢູ​ແກຼນ ຕ້ອງ​ຖື​ໜັງສືຜ່ານ​ແດນ​ອອກ​ຕ່າງປະ​ເທດ. ດຳລັດ​ດັ່ງກ່າວ​​ເຊິ່ງທ່ານ​ນາຍ​ົກລັດຖະມົນຕີ​ຢູ​ແກຼນ Arseniy YatsenYuk ​ເຊັ່ນ​ອະນຸມັດ​ຜ່ານ ​ແລະ ​ເນັ້ນ​ໜັກ​ວ່າ​ມາດ​ຕະການ​ດັ່ງກ່າວ​ແມ່ນ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຄວບ​ຄຸມ​​ເຂດ​ຊາຍ​ແດນ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍດຄວາມ​ສະຫງົບ​​ແຫ່ງ​ຊາດ​ຂອງ​ຢູ​ແກຼນ. ​ແຕ່​ວ່າ, ໜັງສືຜ່ານ​ແດນທາງ​ລັດຖະການ, ໜັງສື​ຜ່ານ​ແດນ​ທາງ​ການ​ທູດ​ຂອງ​ລັດ​ເຊຍ ຍັງ​ມີ​ຄຸນຄ່າ​ເຂົ້າ​ອອກ​ຢູ​ແກຼນ ປົກກະຕິ.

        ປະຕິກິລິຍາ​ຕໍ່ຂໍ້​ຕົກລົງດັ່ງກ່າ​ວ, ທ່ານ​ປະທານ​ກຳມາທິການສະພາ​ ດູ​ມາ ແຫ່ງ​ຊາດ (ສະພາ​ຕໍ່າ) ລັດ​ເຊຍ ກ່ຽວ​ກັບ​ບັນດາ​ບັນຫາ​ປະຊາ​ຄົມ​ປະ​ເທດ​ເອກະລາດ (SNG) Leonid Slusky ຖະ​ແຫຼ​ງວ່າ ລັດ​ເຊ​ຍ ຈະ​ມີ​ປະຕິກິລິຍາ​ໂຕ້​ຕອບ​ຢ່າງ​ເໝາະ​ສົມ, ​ແຕ່​ບໍ່ນຳ​ໃຊ້ບັນດາ​ມາດ​ຕະການ​ຈຳກັດ​ການ​ເຂົ້າ​ເມືອງ​ສຳລັບ​ຢູ​ແກຼນ ຍ້ອນ “ລັດ​ເຊຍ ບໍ່ຫຼີກ​ລ້ຽງ ຢູ​ແກຼນ”.

ຂ່າວ/ບົດ​ອື່ນ