ຢູແກຼນ ຈຳກັດສິດເສລີໃນການໄປມາຂອງປະຊາຊົນ Donbass

ຢູແກຼນ ຈຳກັດສິດເສລີໃນການໄປມາຂອງປະຊາຊົນ Donbass - ảnh 1
(ພາບປະກອບ)

​(vovworld) –  ອຳນາດ​ການ​ປົກຄອງ ຢູ​ແກຼນ ຈຳ​ກັດ​​ສິດ​ຂອງ​ປະຊາຊົນ​ເຂດ Donbass, ​ເມື່ອ​ໃຊ້​ກົດ​ລະບຽບ​ຄວບ​ຄຸມ​ຊົ່ວຄາວ​ສຳລັບ​ການ​ໄປມາ​ຂອງ​ປະຊາຊົນ​ໃນ​ເຂດ​ປະ​ທະ​ກັນ​ຢູ່​ຢູ​ແກຼນຕາ​ເວັນ​ອອກ. ນີ​ແມ່ນ​ຂໍ້​ສະ​ຫຼຸຸບ​ໃນ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ສັງກັດ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ຢູຢູ​ແກຼນ, ທີ່​ປະກາດ​ໃນ​ວັນ​ທີ 13/05. ບັນດາ​ນັກ​ສັງ​ເກດ​ການ OSCE ​ໃຫ້​ຮູ້​ວ່າ​ ລະບຽບການວາງ​ອອກ​ໜັງສື​ອະນຸຍາດ​ເຂົ້າ​ອອກ​ເຂດ​ປະ​ທະ​ກັນ​ແມ່ນ​ສັບສົນ​ທີ່​ສຸດ, ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ເລື່ອງ​ສະໜອງ​ເຄື່ອງ​ຂອງໜູກູ້ນຊ່ວຍມະນຸດສະທຳ ​ແລະ ຢຸກຍາ​ເຖິງ​ເຂດ Donbass, ພ້ອມ​ທັງ​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາຊົນ​ເມື່ອ​ອອກ​ຈາກເຂດ​ອັນຕະລາຍ.
ຂ່າວ/ບົດ​ອື່ນ