ຢູແກຼນ ຕັດງົບປະມານ ຂອງບັນດາເຂດທ່ວງເອົາແຍກຕົວເປັນເອກະລາດ

ຢູແກຼນ ຕັດງົບປະມານ ຂອງບັນດາເຂດທ່ວງເອົາແຍກຕົວເປັນເອກະລາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ Arseni Yaseniuk
(ພາບ: dantri.com.vn)


(vovworld) – ວັນ​ທີ 05/11, ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ Arseni Yaseniuk ຖະ​ແຫຼ​ງວ່າ ​ກີ​ແອບ ຢຸດຕິ​ການ​ສະ​ໜອງ​ລາຍ​ຈາ​ຍງົບປະມານ​ໂດຍ​ຊົ່ວຄາວ ​ໃຫ້​ບັນດາ​ເຂດ​ທ່ວງ​ເອົາ​ແຍກ​ຕົວ​ເປັນ​ເອກະ​ລາດ ຢູ່ 2 ​ແຂວງ​ທາງ​ທິດຕາ​ເວັນ​ອອກ Donetsk ​ແລະ Luigansk. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ບັນດາ​ເຂດ​ທີ່​ນອນ​ໃນ​ການ​ຄວບ​ຄຸມ​ຂອງ​ກຳລັງ​ທ່ວງ​ເອົາ​ແຍກ​ຕົວ​ເປັນ​ເອກະລາດ ຍັງ​ຕ້ອງການ​ງົບ​ປະມານ​ຈາກ​ສູນ​ກາງ, ປະມານ 2,6 ຕື້ USD, ​ແຕ່​ວ່າ, ​ເມື່ອກຳລັງ​ດັ່ງກ່າວ​ຍັງ​ຄວບ​ຄຸມ​ເຂດນັ້ນ, ​ກີ​ແອບ ຈະ​ບໍ່​​ສະໜອງ​ງົບ​ປະທານ. ຕາມ​ທ່ານ​ແລ້ວ, ບັນດາ​ລາຍ​ຈາ​ຍສັງຄົມ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່ຄືນ​ໃໝ່ຈົນ​ຮອດ​ເວລາ​ໃດ​ທີ່​ບັນດາ​ເຂດ​ນີ້​ໄດ້​ຮັບ​ການ​ປົກ​ປ່ອຍ. ​ແຕ່​ວ່າ, ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ ​ເນັ້ນ​ໜັກ​ວ່າ, ກີ​ແອບ ຈະ​ສືບ​ຕໍ່​ສະໜອງ​ໄຟຟ້າ ​ແລະ ອາຍ​ແກ​ດ​ໃຫ້​ປະຊາຊົນ​ເຂດພາກ​ຕາ​ເວັນ​ອອກ - ​ໃຕ້ ​ໃນ​ລະດູ​ໜາວ​ປີ​ນີ້.

ຂ່າວ/ບົດ​ອື່ນ